ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂອງລັດຖະສະພາ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຍົກການພົວພັນ ຫວຽດນາມ - ເມັກຊິກໂກ ຂຶ້ນສູ່ລະດັບຄູ່ຮ່ວມມືຮອບດ້ານໃນປີ 2023, ກໍ່ຄືມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2025.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາລະຫວ່າງທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ແລະການນຳສະພາສູງເມັກຊິກໂກ. ພາບ: ຟີຮຸ່ງ.

ໃນຂອບເຂດການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ໄດ້ມີການພົບປະເຈລະຈາກັບການນຳຫຼາຍທ່ານໃນສະພາສູງ ແລະສະພາຕໍ່າເມັກຊິກໂກ. ທີ່ບັນດາການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ໄດ້ແຈ້ງໃຫ້ຊາບສະພາບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ພ້ອມທັງເນັ້ນໜັກເຖິງຈຸດປະສົງຂອງການຢ້ຽມຢາມແມ່ນ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດ, ຜ່ານນັ້ນປະກອບສ່ວນເພີ່ມທະວີ ແລະເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງກວ່າອີກ.

ທີ່ການພົບປະ ແລະເຮັດວຽກກັບຄະນະ, ການນຳ ເມັກຊິກໂກ ໄດ້ສະແດງຄວາມເຄົາລົບ ແລະຕີລາຄາສູງຕໍ່ການຢ້ຽມຢາມຂອງທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ແລະຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ, ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງເມັກຊິກໂກ ແລະ ຫວຽດນາມ ເວົ້າລວມ ແລະລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະ.

ການນຳຂັ້ນສູງ ເມັກຊິກໂກ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ຢືນຢັນວ່າ ເມັກຊິກໂກ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ ໃນທຸກຊ່ອງທາງ, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍ.

ໂດຍ: ຈາງຫງວຽນ