ຫວຽດນາມ ແມ່ນຮູບແບບຮ່ວມມືສຳເລັດຜົນຂອງອີຢູ່ ກັບມະຫາສະໝຸດອິນເດຍ - ປາຊີຟິກ
ກປ.ອອນໄລ - ຕອນຄໍ່າວັນທີ 29 ກັນຍາ, ສະຖານທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ແລະ ລຸກຊຳບວກ ແລະຄະນະຜູ້ແທນຫວຽດນາມ ປະຈຳ ອີຢູ່ ໄດ້ຈັດພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດຫວຽດນາມ ຢູ່ນະຄອນຫຼວງ Brussels, ແບນຊິກ.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃຫ້ຮູ້ວ່າ ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດດ້ານກະສິກຳນັບແຕ່ປີ 2018. ປີນີ້, ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການພົວພັນສອງຝ່າຍພວມພັດທະນາຢ່າງບໍ່ຢຸດຢັ້ງ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຜ່ານນັ້ນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດຢ່າງໝັ້ນຄົງ.
    |
 |
ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ. |
ພ້ອມກັບອີຢູ່, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອີຢູ່ ເວົ້າລວມ, ກໍ່ຄືການພົວພັນສອງຝ່າຍກັບບັນດາປະເທດສະມາຊິກຂອງກຸ່ມນີ້. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າໃນໄລຍະຈະມາເຖິງ, ພິເສດແມ່ນບັນດາຂົງເຂດຮ່ວມມືສຳຄັນຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ເຕັກໂນໂລຢີສູງ...
ຕາງໜ້າໃຫ້ອີຢູ່, ທ່ານນາງ Paola Pampaloni ຮັກສາການຫົວໜ້າກົມໃຫຍ່ ອາຊີ - ປາຊີຟິກ, ອົງການການຕ່າງປະເທດເອີລົບ (EEAS) ຢືນຢັນວ່າ ຫວຽດນາມ ຖືເປັນຮູບແບບການຮ່ວມມືສຳເລັດຜົນຂອງອີຢູ່ ກັບພາກພື້ນໃນຫຼາຍຂົງເຂດສຳຄັນ, ເຊັ່ນ: ການຄ້າ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ... ທ່ານນາງ Paola Pampaloni ຢືນຢັນວ່າ ໃນໄລຍະຈະມາເຖິງ, ອີຢູ່ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື ແລະຈະເພີ່ມທະວີການແບ່ງປັນປະສົບການ, ໜູນຊ່ວຍດ້ານເຕັກນິກ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ຫວຽດນາມ; ໂດຍສະເພາະແມ່ນການຜັນຂະຫຍາຍບັນດານະໂຍບາຍໃໝ່ຂອງອີຢູ່.
ໂດຍ: ຈາງຫງວຽນ