ທ່ານ ເຈີ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ, ປະທານອະນຸກຳມະການຫວຽດນາມ ຂຶ້ນກັບຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະວິທະຍາສາດ - ເຕັກນິກ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນຳ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ກ່າວຄຳເຫັນຊີ້ນຳ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຊົມເຊີຍບັນດາການເຄື່ອນໄຫວທີ່ຟົດຟື້ນ, ເປັນປະຈໍາ ແລະແທດຈິງຂອງສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ຫວຽດນາມ ກຳນົດພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ; ການເຄື່ອນໄຫວການທູດປະຊາຊົນຂອງສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ປະກອບສ່ວນພ້ອມກັບການທູດພັກ ແລະການທູດລັດ ຜັນຂະຫຍາຍການປະຕິບັດບຸລິມະສິດສຳຄັນນັ້ນ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງສະມາຄົມມິດຕະພາບຫວຽດນາມ - ສະຫະພັັນລັດເຊຍ ຂັ້ນສູນກາງ, ທ້ອງຖິ່ນ ແລະຮາກຖານ ຕ້ອງເປັນເຈົ້າການກວ່າອີກເພື່ອທັງປັບປຸງການພົວພັນເປັນເພື່ອນມິດກັບບັນດາຄູ່ຮ່ວມມືເກົ່າ, ທັງກໍ່ສ້າງ, ເປີດກວ້າງການພົວພັນເປັນເພື່ອນມິດກັບຄູ່ຮ່ວມມືໃໝ່ຢູ່ສະຫະພັນລັດເຊຍ, ເພື່ອແນໃສ່ສ້າງເຄືອຂ່າຍເພື່ອນມິດ, ຄູ່ຮ່ວມມືທີ່ມີຫຼາຍຮູບຫຼາຍແບບ; ຍາດແຍ່ງການສະໜັບສະໜູນ ແລະການສົມທົບກັນ, ການຮ່ວມມືຈາກອົງການປະຊາຊົນຂອງສະຫະພັນລັດເຊຍ ເພື່ອເປີດກວ້າງການພົວພັນ ແລະຂົນຂວາຍສາກົມ, ເອົາໃຈໃສ່ເປັນພິເສດເຖິງລຸ້ນໜຸ່ມ, ສື່ມວນຊົນ, ນັກຮຽນຮູ້ ແລະນັກທຸລະກິດ.

ໂດຍ: ຈາງຫງວຽນ