ທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ ພັກ ແລະລັດ ຍາມໃດກໍ່ເອົາໃຈໃສ່, ເສີມຂະຫຍາຍບົດບາດ, ທີ່ຕັ້ງສຳຄັນຂອງວັດທະນະທໍາສິລະປະເວົ້າລວມ ແລະວັນນະຄະດີເວົ້າສະເພາະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ແລະບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ພັກ, ລັດ ຈະສືບຕໍ່ສ້າງເງື່ອນໄຂດີທີ່ສຸດໃຫ້ບັນດານັກປະພັນໃນການປະດິດຄິດສ້າງ ກໍ່ຄືປະກາດ ແລະເຊີດຊູບັນດາບົດປະພັນວັນນະຄະດີທີ່ມີຄຸນຄ່າ, ຕັ້ງໜ້າປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ສູ້ຊົນເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວິໄລ”.

ເຂົ້າຮ່ວມກອງປະຊຸມມີນັກປະພັນ 300 ຄົນທີ່ມີອາຍຸ 70 ກວ່າປີ, ໄດ້ຮັບລາງວັນໂຮ່ຈິມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະ ແລະລາງວັນທີ່ມີອິດທິພົນຊື່ສຽງອີກຈຳນວນໜຶ່ງ. ບັນດາຜູ້ແທນແມ່ນນັກປະພັນທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາວັນນະຄະດີຂອງປະເທດ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອແນໃສ່ຕີລາຄາບັນດາຜົນງານ ແລະ ບົດຮຽນທີ່ຖອດຖອນມາໄດ້ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ວັນນະຄະດີຂອງປະເທດ; ເພີ່ມທະວີຄວາມສາມັກຄີ, ປຸກລະດົມຖັນແຖວນັກປະພັນທັງໝົດເສີມຂະຫຍາຍຄວາມຮັບຜິດຊອບ, ສືບຕໍ່ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງແຫ່ງການດໍາລົງຊີວິດ, ສູ້ຊົນປະດິດບັນດາບົດປະພັນໃຫຍ່. ກອງປະຊຸມຍັງໄດ້ຕີລາຄາບັນດາຜົນງານອັນໃຫຍ່ຫຼວງຂອງນັກປະພັນອາວຸໂສທີ່ມີຕໍ່ພື້ນຖານວັນນະຄະດີຫວຽດນາມ ໃນໄລຍະ 50 ປີຜ່ານມາ.

ໂດຍ: ຈາງຫງວຽນ