ການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າຂອງຫວຽດນາມ
ກປ.ອອນໄລ - ວັນທີ 28 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Nong Rong, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດຈີນ, ເລຂາທິການໃຫຍ່ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຈີນ-ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສໍາຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຂອງຕົນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຫັນຄວາມຮັບຮູ້ລວມຂັ້ນສູງໃຫ້ເປັນລະອຽດ, ເພີ່ມທະວີການແລກປ່ຽນຍຸດທະສາດລະຫວ່າງການນໍາສອງປະເທດ, ຊຸກຍູ້ຢ່າງແຂງແຮງ ແລະມານະພະຍາຍາມບັນລຸຄວາມຄືບໜ້າລະອຽດໃນແຕ່ລະຂົງເຂດຮ່ວມມື.
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Nong Rong, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ເລຂາທິການໃຫຍ່ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຈີນ-ຫວຽດນາມ. ພາບ: baoquocte.vn |
ທ່ານ Nong Rong ເຫັນດີກັບຄໍາເຫັນຂອງທ່ານລັດຖະມົນຕີ ບຸ່ຍແທັງເຊີນ; ຢັ້ງຢືນວ່າ ການພົວພັນລະຫວ່າງສອງພັກ, ສອງລັດ ພວມພັດທະນາອັນດີງາມ; ຊີ້ແຈ້ງວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີການພົບປະຂັ້ນສູງ ແລະທຸກຂັ້ນ, ຊຸກຍູ້ການລົງນາມເອກະສານຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດ, ສ້າງຜົນງານອັນອຸດົມສົມບູນໃຫ້ແກ່ການພົວພັນສອງຝ່າຍ. ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດບັນດາຂໍ້ຕົກລົງ ແລະຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງພັກ, ສອງລັດກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຢ່າງເຂັ້ມງວດ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ບໍ່ປະໃຫ້ເກີດກໍລະນີທີ່ສັບສົນ, ສົ່ງຜົນສະທ້ອນເຖິງການພົວພັນສອງປະເທດ ແລະສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
ໂດຍ: ໄຊຊະນະ