ຫວຽດນາມ-ບຸນກາຣີ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສພາກພື້ນ ແລະສາກົນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ, ຕອນບ່າຍວັນທີ 25 ກັນຍາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Tihomir Stoytchev ຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸນກາຣີ ເພື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ກໍຄື ບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະ ແລະເຮັດວຽກກັບທ່ານ Tihomir Stoytchev ຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸນກາຣີ, ຢູ່ Sofia ໃນວັນທີ 25 ກັນຍາ 2023. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການເຮັດວຽກ, ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງສອງຝ່າຍໃນໄລຍະຜ່ານມາ, ເຫັນດີເປັນເອກະສັນຜັນຂະຫຍາຍການປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດໃນປີ 2024; ເພີ່ມທະວີການຮ່ວມມືໂດຍກົງລະຫວ່າງບັນດາອົງການຂອງສອງຝ່າຍ; ພິຈາລະນາການສົ່ງພະນັກງານການຕ່າງປະເທດຂອງສອງປະເທດ ໄປແລກປ່ຽນ, ຮໍ່າຮຽນຢູ່ປະເທດຂອງກັນ. ສອງຮອງລັດຖະມົນຕີ ກໍຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສສາກົນ ແລະພາກພື້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາເຊັມ, ກົນໄກຮ່ວມມືອາຊຽນ-ອີຢູ...
    |
 |
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ |
ໂອກາດນີ້, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ຂອບໃຈລັດຖະບານ, ກະຊວງການຕ່າງປະເທດ ແລະປະຊາຊົນ ບຸນກາຣີ ໃນໄລຍະຜ່ານມາໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຸນກາຣີ ດໍາລົງຊີວິດ, ຮໍ່າຮຽນ, ທໍາມາຫາກິນ, ດໍາເນີນທຸລະກິດເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບຸນກາຣີ, ພ້ອມທັງເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະບຸນກາຣີ ຢ່າງມີປະສິດທິຜົນ.
ໂດຍ: ໄຊຊະນະ