ນາຍົກລັດຖະມົນຕີ ສິ້ນສຸດການໄປປະຕິບັດງານຢູ່ ອາເມລິກາ ແລະບຣາຊິນ ຢ່າງຈົບງາມ
ກປ.ອອນໄລ - ຕອນບ່າຍວັນທີ 27 ກັນຍາ, ເຮືອບິນໂດຍສານທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມສັບປະດາສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 78, ສົມທົບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແລະການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ.
ໃນເວລາ 8 ວັນຢູ່ອາເມລິກາ ແລະບຣາຊິນ, ທ່ານ ຟ້າມມິງຈິ໊ງ ມີບັນດາການເຄື່ອນໄຫວຢ່າງຟົດຟື້ນ, ຕໍ່ເນື່ອງດ້ວຍ 70 ກິດຈະກຳຢູ່ 5 ນະຄອນ (ຢູ່ອາເມລິກາ ແມ່ນ San Francisco, Washington D.C, ນິວຢອກ; ຢູ່ ບຣາຊິນ ແມ່ນ São Paulo ແລະ Brasilia).
ເຂົ້າຮ່ວມສັບປະດາສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 78, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ກ່າວປາໄສຢູ່ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ ແລະກ່າວຄຳເຫັນທີ່ບັນດາກອງປະຊຸມສຸດຍອດ, ກອງປະຊຸມສຸດຍອດຂອງສະຫະປະຊາຊາດ ກ່ຽວກັບບັນຫາທີ່ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໂລກລະບາດ...
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານ Sauli Niinisto ປະທານາທິບໍດີ ຟິນແລນ ຢູ່ນິວຢອກ (ອາເມລິກາ), ວັນທີ 20 ກັນຍາ. ພາບ: ສຳນັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີການພົບປະສອງຝ່າຍເກືອບ 20 ຄັ້ງ ກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະບັນດານັກການເມືອງ, ຄື: ທ່ານເລຂາທິການໃຫຍ່ ສປຊ, ປະທານສະມັດຊາໃຫຍ່ ສປຊ, ປະທານກູບາ, ທ່ານນາຍົກລັດຖະມົນຕີໄທ, ທ່ານປະທານາທິບໍດີ ໂຣມາເນຍ, ທ່ານປະທານາທິບໍດີ ສະໂລວາເກຍ, ທ່ານປະທານາທິບໍດີ ຟິນແລນ.
ພິເສດ, ເຖິງວ່າມີລາຍການເຮັດວຽກຫຼາຍ, ແຕ່ວ່າທັງ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະຊາວຫວຽດນາມ ອາໄສຢູ່ທີ່ນີ້ ແລະພົບປະເພື່ອນອາເມລິກາ ແລະ ບຣາຊິນ ທີ່ຮັກແພງ, ມີການປະກອບສ່ວນຫຼາຍຢ່າງໃຫ້ການພົວພັນຫວຽດນາມ-ອາເມລິກາ, ຫວຽດນາມ-ບຣາຊິນ, ປະກອບສ່ວນຮັດ ແໜ້ນນ້ຳໃຈບ້ານເກີດເມືອງນອນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະນ້ຳໃຈສາມັກຄີກັບເພື່ອນອາເມລິກາ, ບຣາຊິນ; ລະດົມກຳລັງແຮງໃຫ້ການພັດທະນາ ຂອງຫວຽດນາມ ແລະເພີ່ມພູນຄູນສ້າງການພົວພັນຫວຽດນາມ ກັບປະເທດຕ່າງໆ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະທ່ານ Klaus Iohannis ປະທານາທິບໍດີ ໂຣມາເນຍ ຢູ່ນິວຢອກ (ອາເມລິກາ), ວັນທີ 20 ກັນຍາ. ພາບ: ສຳນັກຂ່າວສານຫວຽດນາມ |
ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ເຂົ້າຮ່ວມສັບປະດາສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ, ການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ, ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.
ໂດຍ: ແສງເດືອນ