leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດອໍານາດການປົກຄອງ ກູບາ. ພາບ: qdnd.vn

ທີ່ການຕ້ອນຮັບ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງພື້ນຖານການພົວພັນດ້ານການເມືອງລະຫວ່າງສອງພັກ, ເປັນທິດທາງໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ. ພ້ອມທັງ, ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະທ້ອງຖິ່ນຂອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໂຄງການ, ສັນຍາທີ່ໄດ້ລົງນາມແລ້ວ ຢ່າງມີໄຫວພິບ. ພ້ອມກັນນັ້ນ, ເພີ່ມທະວີການແລກປ່ຽນທິດສະດີ, ບົດຮຽນປະສົບການ ແລະເລືອກເຟັ້ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະແບບວິທີທີ່ເໝາະສົມເພື່ອສ້າງບາດກ້າວພັດທະນາໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ເຕັກໂນໂລຢີຊີວະສາດ, ສາທາລະນະສຸກ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດອໍານາດການປົກຄອງກູບາ ທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ຮັກສາ ແລະຕັດສິນໃຈເຮັດໃຫ້ສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ກູບາ ເລິກເຊິ່ງກວ່າອີກ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ສາມັກຄີ, ສະໜັບສະໜູນກູບາ, ຄັດຄ້ານ ແລະຮຽກຮ້ອງໃຫ້ຢຸດຕິນະໂຍບາຍປິດລ້ອມ, ຂວ້ຳບາດຕ້ານ ກູບາ. ຫວຽດນາມ ແບ່ງປັນຄວາມຫຍຸ້ງຍາກຂອງກູບາ, ຍາມໃດກໍ່ຈະມານະພະຍາຍາມ ເພື່ອຍົກສູງປະສິດທິຜົນການຮ່ວມມື, ສະໜັບສະໜູນກູບາ ຈົນສຸດຄວາມສາມາດຂອງຕົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Esteban Lazo Hernandez ຢືນຢັນວ່າ, ການນຳ ແລະປະຊາຊົນກູບາ ປາດຖະໜາຢາກເປີດກວ້າງ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ແລະສອງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ; ພ້ອມທັງ, ກຳນົດການພົວພັນກັບຫວຽດນາມ ແມ່ນມີຄວາມໝາຍຍຸດທະສາດ.

ໂດຍ: ທູຈາງ