ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຕໍ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງດີງາມ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ. ພາບ: qdnd.vn

ແຈ້ງໃຫ້ທ່ານປະທານປະເທດ ຫວໍວັນເຖືອງ ຮັບຊາບ, ທ່ານພົນໂທ ທອງລອຍ ສີລິວົງ ໃຫ້ຮູ້ວ່າ ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ມີຫຼາຍການເຄື່ອນໄຫວ, ລາຍການຢ່າງລະອຽດ, ແທດຈິງ, ຊ່ວຍເຫຼືອກອງທັບປະຊາຊົນລາວ, ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ແລະບາງທ້ອງຖິ່ນຂອງລາວ ຢ່າງສຸດຈິດສຸດໃຈ. ພິເສດ, ໃນຊຸມປີຜ່ານມາ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຊ່ວຍກອງທັບປະຊາຊົນລາວ ບໍາລຸງສ້າງພະນັກງານ; ຜ່ານນັ້ນ ໄດ້ສືບຕໍ່ຢັ້ງຢືນ ແລະເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕີລາຄາສູງຕໍ່ໝາກຜົນທີ່ດີງາມ, ລະອຽດ, ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບໃນການຮ່ວມມືລະຫວ່າງກົມໃຫຍ່ການເມືອງ ຂອງກອງທັບປະຊາຊົນສອງປະເທດໃນໄລຍະຜ່ານມາ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ການພົວພັນລະຫວ່າງຫວຽດນາມ ແລະລາວ ແມ່ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານໃນທຸກຂົງເຂດ. ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດແມ່ນຂົງເຂດທີ່ມີຄວາມສໍາຄັນຍິ່ງ ແລະໄດ້ພັກ, ລັດທັງສອງຝ່າຍເອົາໃຈໃສ່ສ້າງເງື່ອນໄຂໃຫ້ມີຄວາມສະດວກທີ່ສຸດ.

ທ່ານປະທານປະເທດ ຊີ້ແຈ້ງວ່າ ບັນດາໝາກຜົນການຮ່ວມມືທີ່ມີປະສິດທິຜົນ, ແທດຈິງລະຫວ່າງກະຊວງປ້ອງກັນປະເທດເວົ້າລວມ ແລະກົມໃຫຍ່ການເມືອງ ກອງທັບຂອງສອງປະເທດເວົ້າສະເພາະຈະປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຫວຽດນາມ-ລາວ ໄດ້ຮັບການພັດທະນາກວ່າອີກໃນໄລຍະຈະມາເຖິງ... ທ່ານປະທານປະເທດ ກໍ່ຮັບຮູ້ ແລະຕີລາຄາສູງຕໍ່ການຮ່ວມມືຂອງກອງທັບປະຊາຊົນສອງປະເທດໃນການເຄື່ອນໄຫວສ້າງໝູ່ບ້ານຢູ່ເຂດຊາຍແດນແຫ່ງຊາດ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງສອງປະເທດ. ທ່ານປະທານປະເທດປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຍູ້ແຮງ ແລະເຮັດໃຫ້ເນື້ອໃນດັ່ງກ່າວດີຂຶ້ນກວ່າເກົ່າໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ