ທີ່ການພົບປະຕ່າງໆ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ລ້ວນແຕ່ຢັ້ງຢືນຫຼັກໝັ້ນລວມຂອງອາຊຽນ ແລະຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະກັບທ່ານ Hossein Amir Abdollahian ລັດຖະມົນຕີການຕ່າງປະເທດອີຣານ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກັບຄູ່ຕໍາແໜ່ງ ອີຣານ ທ່ານ Hossein Amir Abdollahian, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ-ການຄ້າ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 2 ຕື້ໂດລາສະຫະລັດ. ທ່ານລັດຖະມົນຕີ Hossein Amir Abdollahian ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງເຕເຮຣານ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາວ່າ ສອງປະເທດຈະສືບຕໍ່ເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະກັບທ່ານນາງ Alicia Barbena ລັດຖະມົນຕີການຕ່າງປະເທດເມັກຊິກໂກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບຄູ່ຕໍາແໜ່ງເມັກຊິກໂກ ທ່ານນາງ Alicia Barcena, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຖືວ່າ ສອງປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ຂຶ້ນສູ່ລະດັບສູງໃໝ່, ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານກັບເມັກຊິກໂກ. ທ່ານນາງລັດຖະມົນຕີ Alicia Barcena ຢັ້ງຢືນວ່າ ເມັກຊິກໂກ ຖືການພົວພັນຮ່ວມມືມິດຕະພາບກັບຫວຽດນາມ ເປັນສຳຄັນພິເສດ ແລະຖືວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ກົນໄກສາກົນ ແລະພາກພື້ນ, ໃນນັ້ນມີສະຫະປະຊາຊາດ ແລະເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC).

ໂດຍ: ເຈິ່ນຮວ່ຽນ