ການພົວພັນຫວຽດນາມ-ອົດສະຕາລີ ມຸ່ງໄປເຖິງລະດັບໃໝ່
ກປ.ອອນໄລ - ຕອນບ່າຍວັນທີ 4 ມິຖຸນາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese.
ທ່ານນາຍົກລັດຖະມົນຕີ Anthony Albanese ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງອົດສະຕາລີ ໃນພາກພື້ນ ແລະປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບຫວຽດນາມ ຢ່າງບໍ່ຢຸດຢັ້ງ; ໂດຍໃຫ້ຮູ້ວ່າ ຫວຽດນາມ ຈະມີທີ່ຕັ້ງບຸລິມະສິດໃນຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເຖິງປີ 2040 ເຊິ່ງອົດສະຕາລີ ພວມກໍ່ສ້າງ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂອງສອງປະເທດກວ່າອີກ, ຖືນີ້ແມ່ນພື້ນຖານສຳຄັນໃຫ້ແກ່ການພັດທະນາການພົວພັນຂອງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
    |
 |
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Anthony Albanese. ພາບ: ຕ໊ວນຮຸຍ. |
ທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ແຈ້ງໃຫ້ຊາບດ້ວຍຄວາມປິຕິຊົມຊື່ນວ່າ ອົດສະຕາລີ ຫາກໍ່ຕົກລົງໜູນຊ່ວຍ 105 ລ້ານ AUD ໃຫ້ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ; ມະຫາວິທະຍາໄລ RMIT ຈະເພີ່ມການລົງທຶນຢູ່ຫວຽດນາມ ຂຶ້ນເປັນ 250 ລ້ານ AUD; ມະຫາວິທະຍາໄລ Sydney ຕາເວັນຕົກ ຈະສະໜອງທຶນການສຶກສາໃຫ້ນັກສຶກສາຫວຽດນາມ ແລະພາກພື້ນ. ທ່ານນາຍົກລັດຖະມົນຕີ Anthony Albanese ກໍ່ຊົມເຊີຍເລື່ອງບໍລິສັດການບິນ Vietnam Airlines ແລະ Vietjet ຂອງຫວຽດນາມ ຫາກໍ່ເປີດສາຍການບິນຕ່າງໆຕື່ມອີກ ເພື່ອບິນໄປເຖິງນະຄອນໃຫຍ່ຂອງອົດສະຕາລີ, ປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດ, ການທ່ອງທ່ຽວ ແລະເພີ່ມການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ທ່ານປະທານປະເທດຫວຽດນາມ ຕີລາຄາສູງບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງທ່ານນາຍົກລັດຖະມົນຕີ Anthony Albanese ໃນການຢ້ຽມຢາມ, ໃນນັ້ນມີການພົບປະແລກປ່ຽນກັບສອງທີມບານເຕະຍິງຂອງສອງປະເທດ ແລະຮັບປະທານອາຫານຫວຽດນາມ ທີ່ປຸງແຕ່ງດ້ວຍວັດຖຸດິບທີ່ນຳເຂົ້າຈາກອົດສະຕາລີ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ສະເໜີໃຫ້ ອົດສະຕາລີ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ຮັກສາພາສາຫວຽດ, ຮັກສາມູນເຊື້ອ, ວັດທະນະທຳຫວຽດນາມ ໄວ້; ຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການປັບປຸງລາຍການແຮງງານກະສິກຳ. ທ່ານປະທານປະເທດ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະສະໜອງແຮງງານທີ່ມີສີມືສູງໃນຂົງເຂດອຸດສາຫະກຳ, ກະສິກຳ ແລະການບໍລິການໃຫ້ອົດສະຕາລີ.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສະໜັບສະໜູນ, ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາເປັກ, ອາຊຽນ ແລະບັນດາກົນໄກໂດຍອາຊຽນ ຊັກຈູງ.
ໂດຍ: ແສງເດືອນ