ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນສອງປະເທດເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ; ປາດຖະໜາຢາກມີນັກລົງທຶນອົດສະຕາລີ ມາລົງທຶນຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ ຫຼາຍກວ່າອີກ. ທ່ານປະທານສະພາແຫ່ງຊາດ ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດຫວຽດນາມ ພ້ອມກັບລັດຖະບານພວມມານະພະຍາຍາມຮັກສາການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດດ້ວຍການປັບປຸງກົດໝາຍຫຼາຍສະບັບ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ພວມດໍາເນີນ, ສະພາແຫ່ງຊາດຫວຽດນາມ ຈະພິຈາລະນາ, ຕົກລົງຮ່າງກົດໝາຍ 20 ສະບັບ, ໃນນັ້ນມີຫຼາຍສະບັບກ່ຽວຂ້ອງເຖິງເສດຖະກິດ, ການຄ້າ, ການລົງທຶນ, ການສ້າງຄວາມສະດວກທາງດ້ານວີຊາ ໃຫ້ພົນລະເມືອງຫວຽດນາມ ແລະພົນລະເມືອງຕ່າງປະເທດ.

leftcenterrightdel
ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະທ່ານນາຍົກລັດຖະມົນຕີອົດສະຕາລີ Anthony Albanese. ພາບ: ສຳນັກຂ່າວສານຫວຽດນາມ

ຕີລາຄາສູງໝາກຜົນການຮ່ວມມືກ່ຽວກັບການສຶກສາ ແລະກໍ່ສ້າງລະຫວ່າງສອງປະເທດ, ທ່ານປະທານສະພາແຫ່ງຊາດ ແຈ້ງໃຫ້ຊາບວ່າ ໃນການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ບັນດາມະຫາວິທະຍາໄລຂອງສອງປະເທດ ໄດ້ເຊັນຂໍ້ຕົກລົງຮ່ວມມື 12 ສະບັບ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມຊົມເຊີຍຕໍ່ເລື່ອງມະຫາວິທະຍາໄລ RMIT ເພີ່ມເງິນລົງທຶນ, ເປີດກວ້າງການຮ່ວມມືຢູ່ຫວຽດນາມ, ຊົມເຊີຍເລື່ອງເປີດສູນຫວຽດນາມ-ອົດສະຕາລີ ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ Anthony Albanese ຢັ້ງຢືນວ່າ ຈະຊຸກຍູ້ການຈັດສົ່ງຄະນະສະມາຊິກລັດຖະສະພາອົດສະຕາລີ ມາເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີອົດສະຕາລີ ເນັ້ນໜັກວ່າ ການແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງສະມາຊິກລັດຖະສະພາ, ສະພາແຫ່ງຊາດ ສວມບົດບາດສຳຄັນໃນການຮ່ວມມືສອງຝ່າຍ; ຢັ້ງຢືນວ່າ ຈະປະກອບສ່ວນເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດໃນອາຍຸການປະຕິບັດງານຂອງຕົນ.

ໂດຍ: ແສງເດືອນ