ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese ທີ່ມີຄວາມໝາຍສໍາຄັນ, ໄດ້ດຳເນີນກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືກັບອົດສະຕາລີ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Anthony Albanese ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຕ໊ວນຮຸຍ

ນາຍົກລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນສອງປະເທດພວມພັດທະນາຢ່າງດີງາມ ແລະມີປະສິດທິຜົນໃນທຸກຂົງເຂດ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງ, ໃນຊ່ອງທາງພັກ, ສະພາແຫ່ງຊາດ ແລະລັດຖະບານ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ; ຜັນຂະຫຍາຍການກໍ່ສ້າງໂຄງການດຳເນີນງານໄລຍະໃໝ່; ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຕາມນັ້ນແລ້ວຜັນຂະຫຍາຍປະສິດທິຜົນແຜນການປະຕິບັດຍຸດທະສາດເພີ່ມທະວີການຮ່ວມມືເສດຖະກິດ (EEES) ລະຫວ່າງສອງປະເທດໄລຍະ 2021-2025; ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຢີ, ແຮງງານ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນດີຈີຕອນຢ່າງແຂງແຮງ. ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ສອງປະເທດໄດ້ເຫັນດີເປັນເອກະພາບຊຸກຍູ້ຍົກການພົວພັນຂຶ້ນລະດັບໃໝ່ໃນອະນາຄົດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Anthony Albanese ພົບປະເຈລະຈາ. ພາບ: ຕ໊ວນຮຸຍ

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື ແລະການສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ, ອາເປັກ... ທ່ານນາຍົກລັດຖະມົນຕີ Anthony Albanese ຢັ້ງຢືນວ່າ ອົດສະຕາລີ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອົດສະຕາລີ-ອາຊຽນ ແລະຍາມໃດກໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ; ຈະນຳຫວຽດນາມ ກາຍເປັນຈຸດສຸມໃນຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເຖິງປີ 2040 ເຊິ່ງຝ່່າຍອົດສະຕາລີ ພວມກໍ່ສ້າງ; ກໍ່ຄືຈະສືບຕໍ່ຊຸກຍູ້ການຮ່ວມມືກັບອະນຸພາກພື້ນແມ່ນ້ຳຂອງຢ່າງແຂງແຮງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Anthony Albanese. ພາບ: ຕ໊ວນຮຸຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງການສະໜັບສະໜູນອົດສະຕາລີ ຈັດຕັ້ງກອງປະຊຸມຂັ້ນສູງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອາຊຽນ-ອົດສະຕາລີ ຢູ່ອົດສະຕາລີ ຢ່າງແຂງແຮງດ້ວຍເນື້ອໃນທີ່ມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີອົດສະຕາລີ ສະໜັບສະໜູນຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງປີ ອາເປັກ 2027.

ໂດຍ: ສົມເພັດ