leftcenterrightdel
ຜູ້ແທນປູກຕົ້ນໄມ້ທີ່ລາຍການ. ພາບ: ໄທເຟືອງ

ເພື່ອແນໃສ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະເພື່ອນມິດສາກົນ, ຕອນເຊົ້າວັນທີ 4 ມິຖຸນາ, ຄະນະກຳມະການປະຊາຊົນເມືອງໄຕໂຮ່ (ຮ່າໂນ້ຍ) ໄດ້ຈັດຕັ້ງລາຍການ “ປູກຕົ້ນໄມ້ມິດຕະພາບ” ປີ 2023 ຢູ່ເຂດສະແດງສິລະປະ ແລະອາຫານການກິນຕາມທ້ອງຖະໜົນເມືອງໄຕໂຮ່. ສະຫາຍ ຫງວຽນມີງຫວູ, ກຳມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ຜູ້ຕາງໜ້າບັນດາສະຖານທູດ ແລະບັນດາອົງການຈັດຕັ້ງມິດຕະພາບຢູ່ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະແທດຈິງ ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 2023, ກໍ່ຄືຕອບສະໜອງຄຳຮຽກຮ້ອງປູກຕົ້ນໄມ້ 1 ຕື້ຕົ້ນຂອງລັດຖະບານ, ປະກອບສ່ວນຍົກສູງສະຕິໃນການປົກປັກຮັກສາ ແລະເຮັດໃຫ້ສິ່ງແວດລ້ອມມີຄວາມຈົບງາມ, ສ້າງສັນຍາລັກຂອງການເຊື່ອມຕໍ່ສັນຕິພາບ, ມິດຕະພາບກັບປະເທດຕ່າງໆໃນທົ່ວໂລກ. ໃນຂອບເຂດຂອງລາຍການຍັງມີການເຄື່ອນໄຫວຫຼາຍຢ່າງຄື: ການສະແດງສິລະປະ, ຄົ້ນຫາວັດທະນະທຳຊົນເຜົ່າ; ຄົ້ນຫາວັດທະນະທໍາອາຊີບພື້ນເມືອງຂອງໄຕໂຮ່ ເຊັ່ນ: ເຂົ້າໜຽວຝູເທື້ອງ, ນໍ້າຫວານໝາກບົວກວາງອານ...

ໂດຍ: ທະນາພອນ