ເຂົ້າຮ່ວມການພົບປະ, ຝ່າຍ TASS ມີທ່ານ Sergei Mikhailov ຜູ້ອໍານວຍການໃຫຍ່, ທ່ານ Mikhail Gusman ຮອງຜູ້ອຳນວຍການໃຫຍ່ຜູ້ທີໜຶ່ງ, ທ່ານ Marat Abulkhatin ຮອງຫົວໜ້າບັນນາທິການຜູ້ທີໜຶ່ງ ແລະບັນດາພະນັກງານທີ່ກ່ຽວຂ້ອງ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຖ່າຍຮູບເປັນທີ່ລະນຶກກັບຄະນະຜູ້ອຳນວຍການສຳນັກຂ່າວ TASS. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Sergei Mikhailov ຜູ້ອຳນວຍການໃຫຍ່ ຢັ້ງຢືນວ່າ TASS ມີການພົວພັນອັນສະໜິດສະໜົມກັບຫວຽດນາມ, TASS ໄດ້ມີໜ້າຢູ່ ຫວຽດນາມ ນັບແຕ່ປີ 1964 ມາຮອດປັດຈຸບັນ. TASS ມີການພົວພັນສະໜິດສະໜົມກັບສຳນັກຂ່າວຫວຽດນາມ ມາເປັນເວລາຫຼາຍປີ, ສອງຝ່າຍໄດ້ສ້າງຕັ້ງລາຍການຮ່ວມມືຂະໜາດໃຫຍ່ກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ ແລະພວມຊອກຫາວິທີຟື້ນຟູລາຍການນີ້.

ສ່ວນທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ປາດຖະໜາວ່າ TASS ແລະສຳນັກຂ່າວສານຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ; ພ້ອມກັນນັ້ນ TASS ສາມາດຊ່ວຍຝຶກອົບຮົມນັກຂ່າວ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ TASS ຈະສືບຕໍ່ໃຫ້ຂ່າວກ່ຽວກັບຫວຽດນາມ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະລັດເຊຍ ຫຼາຍກວ່າອີກ. ປີນີ້ສະເຫຼີມສະຫຼອງ 100 ປີແຫ່ງປະທານ ໂຮ່ຈີມິນ ໄປໂຊວຽດ ຄັ້ງທຳອິດ, ລະອຽດແມ່ນນະຄອນ Petrograd (ປະຈຸບັນແມ່ນ Saint Petersburg), ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ TASS ຈະໃຫ້ຂ່າວກ່ຽວກັບປະທານ ໂຮ່ຈີມິນ ແລະເຫດການນີ້ຫຼາຍກວ່າອີກ ເພາະວ່ານີ້ແມ່ນຂີດໝາຍສຳຄັນໃນການເດີນທາງໄປຊອກຫາເສັ້ນທາງປົດປ່ອຍຊາດ, ປົດປ່ອຍປະເທດ.

ໂດຍ: ຈາງຫງວຽນ