ດ້ວຍການສະໜັບສະໜູນຂອງບັນດາຄູ່ຮ່ວມມືໂຮນລັງ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການວາງແຜນຜັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ການວາງແຜນຜັງໄດ້ປະຕິບັດຕາມວິທີການທີ່ກ້າວໜ້າເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ ແລະສ້າງກົນໄກປະສານງານ, ການພັດທະນາຂອງພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍບັນດາຄູ່ຮ່ວມມື, ວິສາຫະກິດ ໂຮນລັງ ທີ່ເຂົ້າຮ່ວມໂຄງການທົດລອງຕິດຕັ້ງພະລັງງານແສງຕາເວັນເທິງຫຼັງຄາຢູ່ຫວຽດນາມ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານ Kees van Baar ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ Kees van Baar ໃຫ້ຮູ້ວ່າ, ຫວຽດນາມ ແລະໂຮນລັງ ມີກຳລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນຂົງເຂດໃໝ່ຄື: ພະລັງງານທົດແທນ, ສ້າງຂຶ້ນຕະຫຼາດກາກບອນ ... ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ໂຮນລັງ ພ້ອມແລ້ວທີ່ຈະໜູນຊ່ວຍ, ໃຫ້ຄຳປຶກສາດ້ານເຕັກນິກກ່ຽວກັບການສ້າງນະໂຍບາຍ, ການບໍລິຫານ, ການຖ່າຍທອດເຕັກໂນໂລຢີ, ລະດົມແຫຼ່ງການເງິນສີຂຽວໃຫ້ແກ່ວິວັດການຫັນປ່ຽນພະລັງງານຢ່າງຍຸດຕິທຳຂອງຫວຽດນາມ.

ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ: ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ນັບມື້ນັບສະໜິດສະໜົມ ດ້ວຍການຜັນຂະຫຍາຍບັນດາມາດຕະການສັງລວມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກມົນລະພິດທາດພິດສີສົ້ມ (dioxin), ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການຫັນປ່ຽນພະລັງງານຢ່າງຍຸດຕິທໍາ (JETP), ຫຼຸດຜ່ອນການປ່ອຍອາຍຜິດເຮືອນແກ້ວໃຫ້ລົງເປັນ 0 (net zero)…

ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ບັນດາບັນຫາໃນທົ່ວໂລກແມ່ນພື້ນຖານການຮ່ວມມືທີ່ມີຄວາມສຳຄັນລະຫວ່າງຫວຽດນາມ ແລະ ອາເມລິກາ, ປະກອບສ່ວນຊຸກຍູ້ການພົວພັນຢ່າງແທດຈິງ, ເລິກເຊິ່ງ, ນຳເອົາຄຸນຄ່າມາໃຫ້ປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການແກ້ໄຂບັນຫາທົ່ວໂລກ.

ໂດຍ: ຈາງຫງວຽນ