ສືບຕໍ່ສ້າງສາຍພົວພັນສາມັກຄີ, ມິດຕະພາບ ຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 29 ພຶດສະພາ, ທ່ານ ໂດ໋ວັນຈ໊ຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແນວໂຮມສາມັກຄີພັດທະນາປະເທດຊາດກໍາປູເຈຍ ນໍາໂດຍທ່ານ Nhem Valy ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ Nhem Valy ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງກໍາປູເຈຍ ໃນໄລຍະຫວ່າງມໍ່ໆມານີ້; ພ້ອມທັງຫວັງວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະກໍາປູເຈຍ ຈະໄດ້ຮັບການຮັກສາ, ເສີມຂະຫຍາຍຈາກປະຊາຊົນສອງປະເທດ.
    |
 |
ທ່ານ ໂດ໋ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບທ່ານ Nhem Valy ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ໋ວັນຈ໊ຽນ ຖືວ່າ ອົງການແນວໂຮມສອງປະເທດຫວຽດນາມ-ກໍາປູເຈຍ ຄວນເຮັດວຽກງານໂຄສະນາ, ຂົນຂວາຍປະຊາຊົນໃຫ້ເປັນຢ່າງດີກວ່າອີກ, ຍາມໃດກໍ່ຈົດຈຳກ່ຽວກັບໄລຍະທີ່ສອງປະເທດໃຫ້ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອສ້າງສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບດີກວ່າ.
ທ່ານ ໂດ໋ວັນຈ໊ຽນ ປາດຖະໜາວ່າ ສະພາແນວໂຮມສາມັກຄີພັດທະນາປະເທດຊາດກໍາປູເຈຍ ແລະບັນດາອົງການທີ່ກ່ຽວຂ້ອງຂອງກໍາປູເຈຍ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກໃຫ້ແກ່ການດຳລົງຊີວິດຂອງຍາດຕິພີ່ນ້ອງຊາວຫວຽດນາມ ອາໄສຢູ່ ກໍາປູເຈຍ; ປະກອບສ່ວນສືບຕໍ່ປັບປຸງ, ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມ ຫວຽດນາມ-ກໍາປູເຈຍ ເວົ້າລວມ ແລະລະຫວ່າງອົງການແນວໂຮມຂອງສອງປະເທດເວົ້າສະເພາະ.
ໂດຍ: ເຈິ່ນຮວ່ຽນ