leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: quochoi.vn

ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າອອກເມືອງຂອງພົນລະເມືອງຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ພັກອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ລາຍງານທີ່ວາລະປະຊຸມໃນຕອນເຊົ້າວັນທີ 27 ພຶດສະພາ ຢູ່ ຫໍປະຊຸມສະພາແຫ່ງຊາດ. ໃນນັ້ນ ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ພັກອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ ໄດ້ຮັບການປັບປຸງຕາມທິດສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຊາວຕ່າງປະເທດເຂົ້າອອກເມືອງ, ພັກອາໄສ ຢູ່ ຫວຽດນາມ ກວ່າອີກ.

ລະອຽດແມ່ນ: ລັດຖະບານ ໄດ້ສະເໜີຍົກການກຳນົດເວລາຂອງການອອກວິຊາເອເລັກໂຕນິກ ຈາກ 30 ວັນຂຶ້ນເປັນ 3 ເດືອນ, ມີຄຸນຄ່າເທື່ອຫນຶ່ງ ຫຼື ຫຼາຍເທື່ອ. ປັບປຸງ, ເພີ່ມເຕີມຂໍ້ກຳນົດເພື່ອເປີດກວ້າງການອອກວິຊາເອເລັກໂຕນິກ ໃຫ້ພົນລະເມືອງຂອງທັງໝົດປະເທດ ແລະເຂດແຄ້ວນ.

ລັດຖະບານ ສະເໜີ ປັບປຸງ, ເພີ່ມເຕີມເພື່ອຍົກການກຳນົດເວລາພັກອາໄສ ແຕ່ 15 ວັນຂຶ້ນເປັນ 45 ວັນສຳລັບພົນລະເມືອງຂອງປະເທດ ຊຶ່ງ ຫວຽດນາມ ອອກວິຊາຕາມຝ່າຍດຽວ. ກຳນົດເວລາ 45 ວັນແມ່ນລະດັບສະເລ່ຍຂອງບັນດາປະເທດໃນພາກພື້ນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ