ບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ ປີ 2023 ໄດ້ດໍາເນີນຢູ່ໃນຈຸດສູງສຸດ ແຕ່ວັນທີ 1 ມິຖຸນາ ຫາວັນທີ 31 ສິງຫາ 2023 ດ້ວຍທິດນໍາທີ່ວ່າ “ທົ່ວເຖິງ - ປອດໄພ - ມີປະສິດທິຜົນ - ຍືນຍົງ”. ໜຶ່ງໃນບັນດາຈຸດໃໝ່ຂອງບັ້ນດັ່ງກ່າວ ແມ່ນປະຕິບັດແຜນນະໂຍບາຍ “3 ຮ່ວມສໍາພັນ” (ຮ່ວມສໍາພັນກໍາລັງ, ຮ່ວມສໍາພັນບໍລິເວນ, ຮ່ວມສໍາພັນວົງຄະນາຍາດ)...

leftcenterrightdel
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ. ພາບ: ກວາງດຶກ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ເນັ້ນໜັກວ່າ ຜ່ານ 23 ປີ, ບັ້ນຮົບຊາວໜຸ່ມອາສາສະໝັກລະດູຮ້ອນ ໄດ້ສ້າງຄວາມປະທັບໃຈອັນດີງາມ, ເປັນຕົ້ນແມ່ນວຽກງານຕ່າງໆທີ່ມີຄວາມໝາຍຂອງກໍາລັງຊາວໜຸ່ມອາສາສະໝັກ; ປະຈັນບານນໍາໜ້າ, ຕັ້ງໜ້າເຂົ້າຮ່ວມການລົບລ້າງໄພກືກໜັງສື, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ; ເຂົ້າຮ່ວມວຽກງານຕອບບຸນແທນຄຸນ, ສະຫວັດດີການສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເບິ່ງແຍງດູແລເຍົາວະຊົນ, ຄອບຄົວຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ແລະບັນດາເປົ້າໝາຍທີ່ປະສົບຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ຢ່າງສຸດອົກສຸດໃຈ...

leftcenterrightdel
ບັນດາຜູ້ແທນ ປູກຕົ້ນໄມ້ທີ່ລະນຶກ. ພາບ: ກວາງດຶກ.

ພາຍຫຼັງພິທີ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ປະຕິບັດບັນດາກິດຈະກໍາ, ໜ້າວຽກອາສາສະໝັກຢ່າງແທດຈິງ, ຄື: ປູກຕົ້ນໄມ້ “ເພື່ອ ຫວຽດນາມ ສີຂຽວ”; ກວດພະຍາດ, ແຈກຢາຍຢາ, ໃຫ້ຄໍາປຶກສາສຸຂະພາບໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ; ຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ; ມອບຫ້ອງຄອມພິວເຕີ, ອຸປະກອນຮັບໃຊ້ວຽກງານຫັນເປັນດີຈີຕອນ; ເລີ່ມລົງມືກໍ່ສ້າງໂຄງການ “ຫ້ອງນໍ້າໃຫ້ນ້ອງ”; ເລີ່ມລົງມືກໍ່ສ້າງ “ເຮືອນແຫ່ງສາຍຈິດມິດໃຈ”; ເຮືອນແຫ່ງນໍ້າໃຈເພື່ອນມິດໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມທີ່ປະສົບຄວາມຫຍຸ້ງຍາກ; ເລີ່ມລົງມືກໍ່ສ້າງຂົວ, ເສັ້ນທາງຄົມມະນາຄົມຊົນນະບົດ; ຈັດຕັ້ງ, ຜັນຂະຫຍາຍງານວາງສະແດງເໝືອນຈິງ, ຫັນບັນດາຮ່ອງຮອຍປະຫວັດສາດເປັນດີຈີຕອນ; ມອບຂອງຂວັນ, ຕູ້ປຶ້ມໃຫ້ແກ່ເຍົາວະຊົນ; ມອບທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາທີ່ປະສົບຄວາມຫຍຸ້ງຍາກ ແຕ່ຮຽນເກັ່ງ; ມອບຂອງຂວັນໃຫ້ເດັກພິການ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ.

ໃນການເຄື່ອນໄຫວ ແລະເຮັດວຽກຢູ່ກ່າເມົາ, ຕອນບ່າຍວັນທີ 27 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ໄປຢ້ຽມຢາມ ແລະເຮັດວຽກທີ່ຄ້າຍທະຫານຊາຍແດນ ແຣກກົກ (ທະຫານຊາຍແດນແຂວງ ກ່າເມົາ).

ໂດຍ: ໄຊຊະນະ