leftcenterrightdel
ທ່ານເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Ranil Wickremesinghe ປະທານາທິບໍດີ ສີລັງກາ. ພາບ: baochinhphu.vn

ທີ່ການພົບປະກັບທ່ານ Ranil Wickremesinghe ປະທານາທິບໍດີ ສີລັງກາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ສີລັງກາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ສູ້ຊົນຟື້ນຟູທ່າເຕີບໂຕຂອງປີ 2021 ແລະນຳວົງເງິນການຄ້າສອງສົ້ນບັນລຸ 500 ລ້ານໂດລາສະຫະລັດໂດຍໄວ.

ທ່ານປະທານາທິບໍດີ Ranil Wickremesinghe ຢັ້ງຢືນສະໜັບສະໜູນການພັດທະນາສາຍພົວພັນ ຫວຽດນາມ - ສີລັງກາ ກວ່າອີກ; ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດກັບອາຊຽນ, ໃນນັ້ນມີ ຫວຽດນາມ, ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

leftcenterrightdel
ທ່ານ ເຈິ່ນລືວກວາງ  ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Hosoda Hiroyuki ປະທານສະພາຕ່ຳ ຍີ່ປຸ່ນ. ພາບ: ກະຊວງການຕ່າງປະເທດ

ໃນການພົບປະກັບທ່ານ Hosoda Hiroyuki ປະທານສະພາຕ່ຳ ຍີ່ປຸ່ນ, ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງໃໝ່ຢ່າງມີປະສິດທິຜົນ; ຊຸກຍູ້ວິສາຫະກິດຂະໜາດກາງ ແລະນ້ອຍຂອງ ຍີ່ປຸ່ນ ລົງທຶນ, ຖ່າຍທອດເຕັກໂນໂລຢີໃຫ້ ຫວຽດນາມ…

ສ່ວນທ່ານປະທານສະພາຕ່ຳ Hosoda Hiroyuki ກໍ່ໄດ້ຕີລາຄາສູງບົດບາດສຳຄັນ, ການປະກອບສ່ວນທີ່ຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ເກືອບ 500.000 ຄົນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຍີ່ປຸ່ນ ແລະປາດຖະໜາຢາກເພີ່ມຈຳນວນຊາວ ຫວຽດນາມ ໄປຮຽນ ແລະເຮັດວຽກຢູ່ ຍີ່ປຸ່ນ ໃຫ້ຫຼາຍກວ່າອີກ.

ໂດຍ: ທະນາພອນ