ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ປັດຈຸບັນ ຫວຽດນາມ ແມ່ນປະເທດທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງແຮງ ດ້ວຍຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ, ເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕັກນິກດີຈີຕອນພັດທະນາຢ່າງວ່ອງໄວທີ່ສຸດໃນພາກພື້ນດ້ວຍລະບົບການເຕີບໂຕ 38% ຕໍ່ປີ ແລະມີແງ່ຫວັງຈະກາຍເປັນພື້ນຖານເສດຖະກິດດີຈີຕອນໃຫຍ່ອັນດັບທີ 2 ໃນອາຊີຕາເວັນອອກສ່ຽງໃຕ້ ໃນປີ 2025.

ບົນຂຽນດັ່ງກ່າວໄດ້ເນັ້ນໜັກວ່າ ການພົວພັນ ລັດເຊຍ-ຫວຽດນາມ ມີປະຫວັດສາດທີ່ຫຼາຍຮູບຫຼາຍແບບ ແລະຍາວນານ ໂດຍໄດ້ພິສູດຜ່ານການເວລາ. ສິ່ງທີ່ໜ້າສົນໃຈແມ່ນ, ປີ 2012 ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນການພົວພັນສາກົນ, ຫວຽດນາມ ປະຕິບັດນະໂຍບາຍດຸ່ນດ່ຽງກັບບັນດາປະເທດໃຫຍ່ບົນເນື້ອໃນຈິດໃຈເຄົາລົບຜົນປະໂຫຍດແຫ່ງຊາດ ແລະ ໄປປະສົບຜົນສຳເລັດພໍສົມຄວນເມື່ອກາຍເປັນປະເທດພັດທະນາພູມສາດການເມືອງໃໝ່ໃນພາກພື້ນ, ໃນນັ້ນມີເລື່ອງບັນດາໂຮງງານໃຫຍ່ທີ່ສຸດໃນໂລກ ພວມດຳເນີນການເຄື່ອນໄຫວຜະລິດຢູ່ຫວຽດນາມ ເທື່ອລະກ້າວ. ບົດລາຍງານໄດ້ສະຫຼຸບວ່າ ລັດເຊຍ ຕ້ອງຮັກສາຍຸດທະສາດຖືຫວຽດນາມ  ເປັນປະຕູອອກໄປສູ່ອາຊີ, ເພື່ອຈາກນັ້ນ, ກໍ່ຈະເພີ່ມທະວີການຮ່ວມມືດ້ານການຄ້າ ແລະບັນດາຂົງເຂດຫຼັກແຫຼ່ງແກ່ນສານອື່ນໆລະຫວ່າງສອງປະເທດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ