ຫວຽດນາມ-ລັດເຊຍ ຮັກສາ ແລະພັດທະນາຄຸນຄ່າອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ
    
    
    
        
            
ກປ.ອອນໄລ - ໃນຕອນບ່າຍວັນທີ 22 ພຶດສະພາ, ທີ່ທໍານຽມປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນລັດເຊຍ.
        
        
        
            
	ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ຍາມໃດກໍ່ຈົດຈຳການສະໜັບສະໜູນ ແລະການຊ່ວຍເຫຼືອ ເຊິ່ງປະຊາຊົນໂຊວຽດ ໃນເມື່ອກ່ອນໄດ້ສະຫງວນໃຫ້ ຫວຽດນາມ ໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ; ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ, ປາດຖະໜາຢາກພ້ອມກັບ ລັດເຊຍ ສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອຜົນປະໂຫຍດພັດທະນາຂອງສອງປະເທດ, ເພື່ອຄວາມວັດທະນາຖາວອນຂອງສອງຊາດ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Dmitry Medvedev ປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນລັດເຊຍ. ພາບ: ສຳນັກຂ່າວສານຫວຽດນາມ. | 
		
	
	ທ່າມກາງບັນຍາກາດໄມຕີຈິດມິດຕະພາບ, ທ່ານ ຫວໍວັນເຖືອງ ແລະທ່ານ Dmitry Medvedev ຊົມເຊີຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ-ການຄ້າ, ວິທະຍາສາດ, ການສຶກສາ-ກໍ່ສ້າງ, ການຮ່ວມມືທ້ອງຖິ່ນ...
	ການນຳສອງທ່ານເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີຄົນຮຸ່ນໜຸ່ມ; ເສີມຂະຫຍາຍບົດບາດຂອງບັນດາສະມາຄົມ ມິດຕະພາບລະຫວ່າງສອງປະເທດ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກໍ່ຄືຮັກສາບັນດາຄຸນຄ່າອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອດ້ວຍປະຫວັດສາດ ເກືອບ 75 ປີ.
	ທີ່ການຕ້ອນຮັບ, ທ່ານ ຫວໍວັນເຖືອງ ສະແດງຄວາມຂອບອົກຂອບໃຈ ແລະສະເໜີການນໍາ, ອຳນາດການປົກຄອງ ລັດເຊຍ ແລະພັກປະເທດລັດເຊຍເອກະພາບ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ດຳລົງຊີວິດ, ທຳມາຫາກິນ, ຮ່ຳຮຽນຍາວນານ ແລະເປັນປົກກະຕິ.
	ໂດຍ: ສົມເພັດ