ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບອະດີດປະທານາທິບໍດີ ຈີເລ
ກປ.ອອນໄລ - ຕອນບ່າຍວັນທີ 27 ມີນາ, ທີ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ Michelle Bachelet ອະດີດປະທານາທິບໍດີ ຈີເລ ທີ່ພວມຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຈີເລ (25-3-1971 / 25-3-2023).
ທີ່ການຕ້ອນຮັບ, ທ່ານ ຫວໍວັນເຖືອງ ຊົມເຊີຍທ່ານນາງ Michelle Bachelet ກັບມາຢ້ຽມຢາມຫວຽດນາມ; ຕີລາຄາສູງນ້ຳໃຈ, ການເອົາໃຈໃສ່ພິເສດຂອງທ່ານນາງ ໃນການປະກອບສ່ວນ, ປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມື ຫວຽດນາມ-ຈີເລ.
ທ່ານປະທານປະເທດ ຖືວ່າ ເລື່ອງສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງແມ່ນມີຄວາມໝາຍສໍາຄັນໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງຊາດ. ທ່ານປະທານປະເທດ ຕີລາຄາສູງທ່ານນາງ Michelle Bachelet ໃນນາມເປັນຂ້າຫຼວງໃຫຍ່ສິດທິມະນຸດຂອງ ສປຊ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງເຂົ້າໃນວຽກງານລວມຂອງ ສປຊ ແລະປະຊາຄົມສາກົນ.
    |
 |
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Michelle Bachelet ອະດີດປະທານາທິບໍດີ ຈີເລ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານນາງ Michelle Bachelet ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມຫວຽດນາມ ຄັ້ງນີ້, ຄະນະຜູ້ແທນຈີເລ ຈະໄປຢ້ຽມຢາມບັນດາແຂວງບິ່ງເຢືອງ, ເງະອານ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
ກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືສອງຝ່າຍ, ທ່ານນາງ Michelle Bachelet ຖືວ່າ ຫວຽດນາມ ແລະຈີເລ ລ້ວນແຕ່ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ; ພ້ອມກັນເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP). ນີ້ແມ່ນຈຸດລວມສໍາຄັນເພື່ອໃຫ້ສອງປະເທດເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ, ທັງໃນເວທີປາໄສຫຼາຍຝ່າຍ ແລະສອງຝ່າຍ; ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະການພັດທະນາ, ພິເສດແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ສອງປະເທດໄດ້ຮັກສາ ແລະຍູ້ແຮງການເຄື່ອນໄຫວຮ່ວມມືດ້ານການຄ້າ, ເສດຖະກິດເປັນປະຈຳ ເຖິງວ່າບັນດາດັດຊະນີຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ. ທ່ານປະທານປະເທດ ປາດຖະໜາຢາກໃຫ້ສອງຝ່າຍເອົາໃຈໃສ່, ຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດກວ່າອີກ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະປະຊາຊົນສອງປະເທດ. ພ້ອມກັນນັ້ນ, ສອງປະເທດຄວນເພີ່ມທະວີການແລກປ່ຽນ ແລະຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນຫຼາຍກວ່າອີກ; ປະກອບສ່ວນນໍາການພົວພັນສອງປະເທດໃຫ້ນັບມື້ນັບພັດທະນາຢ່າງດີງາມໃນອະນາຄົດ.
ໂດຍ: ຈາງຫງວຽນ