ທ່ານ ຟ້າມມິງຈິ໊ງ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງກຳປູເຈຍ ຍາດມາໄດ້ໃນຊຸມປີຜ່ານມາ, ພິເສດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຄວບຄຸມໄພເງິນເຟີ້, ການເຕີບໂຕເສດຖະກິດ, ດຳລົງຕຳແໜ່ງປະທານອາຊຽນ 2022 ເປັນຢ່າງດີ, ຈັດຕັ້ງການເລືອກຕັ້ງສະພາຕາແສງຊຸດທີ  V ປະສົບຜົນສໍາເລັດຢ່າງຈົບງາມ. ທ່ານ Prak Sokhonn ຊົມເຊີຍບັນດາຜົນງານແຫ່ງການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງສາກົນຂອງຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນສອງປະເທດສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາອັນດີງາມໃນທຸກຂົງເຂດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນ ກຳປູເຈຍ. ພາບ: ສຳນັກຂ່າວສານຫວຽດນາມ

ເພື່ອແນໃສ່ເຮັດໃຫ້ການພົວພັນສອງປະເທດສືບຕໍ່ພັດທະນາ, ນັບມື້ນັບມີປະສິດທິຜົນ, ທ່ານ ຟ້າມມິງຈິ໊ງ ສະເໜີສອງຝ່າຍສຸມໃສ່ຜັນຂະຫຍາຍບັນດາບົດບັນທຶກວ່າດ້ວຍການຮ່ວມມື, ບັນດາຖະແຫຼງການຮ່ວມລະຫວ່າງສອງປະເທດໃຫ້ມີປະສິດທິຜົນ; ຍູ້ແຮງການຮ່ວມມື, ເຊື່ອມຕໍ່ຄົມມະນາຄົມ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຮ່ວມກັນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ກຸ້ມຕົນເອງຕິດພັນກັບການເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ; ຊຸກຍູ້ການຄ້າຊາຍແດນ, ພັດທະນາເສດຖະກິດເຂດຕິດຈອດຊາຍແດນ; ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ແລະຢາເສບຕິດ; ການຮ່ວມມືໃນຂົງເຂດຫັນປ່ຽນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ສະແດງຄວາມຂອບໃຈ ແລະສະເໜີຝ່າຍ ກຳປູເຈຍ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມເຊື້ອຊາດຫວຽດນາມ ອາໄສຢູ່ກຳປູເຈຍ ໄດ້ທຳມາຫາກິນ, ດຳລົງຊີວິດ, ໄດ້ຮັບການແກ້ໄຂບັນດາບັນຫາກ່ຽວກັບເອກະສານນິຕິກຳໃຫ້ນັບມື້ນັບສະດວກກວ່າ; ປາດຖະໜາວ່າ ສອງຝ່າຍຮ່ວມມື, ຊອກຫາມາດຕະການເໝາະສົມ ເພື່ອຍູ້ໄວຄວາມຄືບໜ້າຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກທີ່ຍັງເຫຼືອໃຫ້ໄດ້ 16% ເພື່ອຮ່ວມກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາ. ໃນສະພາບການປີ 2023 ມີຫຼາຍເຫດການສຳຄັນຢູ່ກຳປູເຈຍ, ໃນນັ້ນມີການເລືອກຕັ້ງສະພາແຫ່ງຊາດຊຸດທີ VII, ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (SEA Games 32), ງານມະຫາກຳກິລາ ຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 12 (ASEAN Para Games 12), ກອງປະຊຸມຂັ້ນສູງເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ໃນຄວາມສາມາດຂອງຕົນ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນ ແລະສະໜັບສະໜູນ ກຳປູເຈຍ ຈັດຕັ້ງບັນດາເຫດການນີ້ປະສົບຜົນສຳເລັດ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ຮ່ວມກັນປະກອບສ່ວນສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະວັດທະນາຖາວອນ.

ໂດຍ: ແສງເດືອນ