leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນຍິນດີຕ້ອນຮັບ, ທ່ານ Chung Woo-taik ຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ ເນັ້ນໜັກວ່າ ເລື່ອງເພີ່ມທະວີການພົບປະແລກປ່ຽນຄະນະການນໍາຂັ້ນສູງລະຫວ່າງສອງປະເທດ, ໃນນັ້ນມີການແລກປ່ຽນລະຫວ່າງສະພາແຫ່ງຊາດສອງປະເທດ ມີຄວາມໝາຍສໍາຄັນຍິ່ງ, ຊຸກຍູ້ການຮ່ວມມືສອງຝ່າຍ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສະພາແຫ່ງຊາດ ສ.ເກົາຫຼີ ແລະຫວຽດນາມ. ຝ່າຍ ສ.ເກົາຫຼີ ປາດຖະໜາວ່າ ສອງຝ່າຍຈະຕັ້ງໜ້າຮ່ວມມື, ແບ່ງປັນກ່ຽວກັບບົດຮຽນນິຕິບັນຍັດ, ຂັ້ນຕອນຮ່າງເອກະສານ ແລະປະກາດໃຊ້ເອກະສານນິຕິກໍາ ເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ການພັດທະນາທຸກດ້ານຂອງຊີວິດສັງຄົມ, ເສດຖະກິດ, ວັດທະນະທໍາ; ສະເໜີໃຫ້ຫວຽດນາມ ສະໜັບສະໜູນ ເພື່ອໃຫ້ ສ.ເກົາຫຼີ ເປັນເຈົ້າພາບຈັດງານວາງສະແດງໂລກ Busan Expo 2030.

leftcenterrightdel
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Chung Woo-taik ຮອງປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພັດທະນາການພົວພັນກັບ ສ.ເກົາຫຼີ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເລິກເຊິ່ງຂຶ້ນຕື່ມເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ຫວຽດນາມ ຊົມເຊີຍບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດບຸລິມະສິດ ຄື ເຕັກໂນໂລຢີສູງ, ວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ ປະດິດສ້າງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ, ພະລັງງານສະອາດ, ຕົວເມືອງອັດສະລິຍະ, ຕົວເມືອງນິເວດ, ເຂດອຸດສາຫະກໍາສີຂຽວ.

leftcenterrightdel
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ແລະ ສ.ເກົາຫຼີ ຖ່າຍຮູບເປັນທີ່ລະນຶກຢູ່ສໍານັກງານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຮັກສາປະສິດທິຜົນບັນດາກົນໄກຮ່ວມມືໜູນຊ່ວຍການພັດທະນາທາງການ (ODA) ກັບຫວຽດນາມ, ໃນນັ້ນມີການເປີດກວ້າງການສະໜອງ ODA ແລະເພີ່ມລະດັບບຸລິມະສິດ ພິເສດສໍາລັບບ້ວງເງິນກູ້ຢືມທີ່ສະຫງວນໃຫ້ແກ່ຫວຽດນາມ ຈາກກອງທຶນຮ່ວມມືພັດທະນາເສດຖະກິດ (EDCF); ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະພ້ອມກັບ ສ.ເກົາຫຼີ ເພີ່ມທະວີການແລກປ່ຽນ, ຮ່ວມມືໃນບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຫວຽດນາມ  ຈະຮ່ວມມືຢ່າງແໜ້ນແຟ້ນກັບ ສ.ເກົາຫຼີ ເພື່ອປະຕິບັດສໍາເລັດບົດບາດເປັນປະເທດປະສານງານການພົວພັນ ອາຊຽນ-ສ.ເກົາຫຼີ ອາຍຸການ 2021-2024; ພ້ອມທັງສະໜັບສະໜູນ ສ.ເກົາຫຼີ ເປັນເຈົ້າພາບຈັດງານວາງສະແດງໂລກ Busan Expo 2030.   

ໂດຍ: ໄຊຊະນະ