ໃນການພົບປະສອງຝ່າຍ ທີ່ດໍາເນີນໃນວັນທີ 20 ມີນາ ຢູ່ເຮືອນຮັບແຂກລັດຖະບານ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນລະຫວ່າງ ຫວຽດນາມ-ໂດມິນິກ ແລະຫວັງວ່າສອງຝ່າຍ ຈະສືບຕໍ່ຊອກຫາຄວາມສາມາດເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂອງບັນດາກະຊວງ, ຂະແໜງການ, ວິສາຫະກິດ ກໍ່ຄືການພົບປະລະຫວ່າງການນໍາທຸກຂັ້ນຢູ່ນອກກອງປະຊຸມສາກົນ, ເວທີປາໄສຫຼາຍຝ່າຍຕ່າງໆ ແລະເພີ່ມທະວີການຮ່ວມມືທີ່ ສປຊ ພ້ອມກັບເວທີປາໄສຫຼາຍຝ່າຍອື່ນອີກ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Vince Henderson  ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ, ການຄ້າ ແລະພະລັງງານ ປະຊາຄົມວັດທະນາຖາວອນ ໂດມິນິກ. ພາບ: ດວ່ານກາ

ສ່ວນທ່ານ Vince Henderson   ເຫັນດີເປັນເອກະພາບຕໍ່ຄໍາສະເໜີຂອງຝ່າຍຫວຽດນາມ, ພ້ອມທັງສະເໜີໃຫ້ຫວຽດນາມ ແບ່ງປັນບົດຮຽນໃນການສ້າງສາ ແລະພັດທະນາປະເທດຊາດ; ປາດຖະໜາຢາກໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືໃນຂົງເຂດກະສິກໍາ, ການຫາປາສິນໃນນໍ້າ, ສິນທະເລ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະນໍ້າທະເລຂຶ້ນສູງ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ, ເປີດກວ້າງການພົວພັນຮ່ວມມືທັງສອງຝ່າຍ ແລະຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ສອງພາກພື້ນ, ໃນນັ້ນມີການເພີ່ມທະວີການຮ່ວມມືຂອງຫວຽດນາມ ກັບບັນດາປະເທດໃນປະຊາຄົມ Caribe (CARICOM) ກໍ່ຄືການພົວພັນລະຫວ່າງ ໂດມິນິກ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ທູຈາງ