ອວຍພອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ (ວັນທີ 22 ມີນາ 1955 – ວັນທີ 22 ມີນາ 2023), ຕອນບ່າຍວັນທີ 17 ມີນາ, ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ໄປອວຍພອນ ສະຫາຍ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນ ປະຕິວັດລາວ.
ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານເຊິ່ງປະເທດລາວ ບັນລຸໄດ້, ສະຫາຍເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ຢືນຢັນວ່າ ສິ່ງດັ່ງກ່າວສະແດງໃຫ້ເຫັນການນຳພາທີ່ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ໃນນັ້ນມີການປະກອບສ່ວນສຳຄັນຂອງວຽກງານພົວພັນຕ່າງປະເທດເວົ້າລວມ ແລະຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ເວົ້າສະເພາະ.
ໃຫ້ຂໍ້ສັງເກດກ່ຽວກັບການຮ່ວມມືລະຫວ່າງສອງພັກໃນຕະຫຼອດໄລຍະຜ່ານມາ ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດສອງປະເທດ ກໍ່ຄືພາລະກິດສ້າງສາ ແລະພັດທະນາຂອງສອງປະເທດ, ສະຫາຍເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ຢ່າງສະເໝີຕົ້ນສະເໝີປາຍ,.
    |
 |
ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ອວຍພອນສະຫາຍ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ. ພາບ: ຈິ້ງຢຸງ |
ເນັ້ນໜັກວ່າ, ການພົວພັນລະຫວ່າງສອງປະເທດ ລາວ - ຫວຽດນາມ ພວມໃນທ່າພັດທະນາຢ່າງຕັ້ງໜ້າ, ຖານະບົດບາດຂອງ ລາວ ກໍ່ຄື ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ສະຫາຍເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໃຫ້ຮູ້ວ່າ, ເຖິງວ່າປີສາມັກຄີມິດຕະພາບ 2022 ດ້ວຍຫຼາຍເຫດການສຳຄັນ ເຊິ່ງສອງຝ່າຍໄດ້ສົມທົບກັນຈັດຕັ້ງປະສົບຜົນສຳເລັດແລ້ວກໍ່ຕາມ, ແຕ່ປີ 2023 ກໍ່ຈະມີຫຼາຍກິດຈະກຳທີ່ສຳຄັນ. ສິ່ງດັ່ງກ່າວຢືນຢັນອີກເທື່ອໜຶ່ງສາຍພົວພັນແບບພິເສດ “ມີໜຶ່ງບໍ່ມີສອງ” ລະຫວ່າງສອງປະເທດຫວຽດນາມ ແລະລາວ.
ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອອັນໃຫຍ່ຫຼວງແກ່ພັກ, ລັດ ແລະປະຊາຊົນລາວ ນັບແຕ່ກ່ອນມາຮອດປະຈຸບັນ, ສະຫາຍ ທອງສະຫວັນ ພົມວິຫານ ເນັ້ນໜັກວ່າ ບັນດາຜົນງານໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຂອງພັກ, ລັດ, ປະຊາຊົນລາວ ຍາມໃດກໍ່ຕິດພັນກັບການພັດທະນາຂອງປະເທດອ້າຍນ້ອງຫວຽດນາມ. ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຈົດຈຳອາລົມຈິດອັນເລິກເຊິ່ງນັ້ນ ຕະຫຼອດໄປ ແລະຍາມໃດກໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບແຕກດອກອອກຜົນ.
ໂດຍ: ທະນາພອນ