ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບໂປໂລຍ
ກປ.ອອນໄລ - ຕອນເຊົ້າວັນທີ 17 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Zbigniew Rau ລັດຖະມົນຕີກະຊວງການຕ່າງປະເທດໂປໂລຍ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບໂປໂລຍ. ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈລັດຖະບານ, ສະພາແຫ່ງຊາດໂປໂລຍ ໃນໄລຍະຜ່ານມາທີ່ໄດ້ມອບວັກຊິນ ເກືອບ 1,4 ລ້ານໂດສ ແລະອຸປະກອນການແພດ 8 ໂຕນທີ່ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ ໃຫ້ແກ່ຫວຽດນາມ ເພື່ອຮັບມືກັບພະຍາດໂຄວິດ - 19.
    |
 |
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Zbigniew Rau ລັດຖະມົນຕີການຕ່າງປະເທດໂປໂລຍ. ພາບ: ສໍານັກຂ່າວສານຫວຽດນາມ |
ເມື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານລັດຖະສະພາ, ທ່ານ ຫງວຽນດຶກຫາຍ ແລະທ່ານ Zbigniew Rau ປາດຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍ, ໃນນັ້ນ ການຮ່ວມມືລັດຖະສະພາໃນໄລຍະຈະມາເຖິງຈະມີບັນດາບາດກ້າວພັດທະນາ ແລະໝາກຜົນທີ່ດີງາມກວ່າອີກ. ສອງຝ່າຍກໍ່ແລກປ່ຽນກ່ຽວກັບການຮ່ວມມືໃນບັນດາຂົງເຂດສຶກສາ-ກໍ່ສ້າງ; ວິທະຍາສາດ ເຕັກໂນໂລຢີ, ການເງິນ-ທະນາຄານ...
ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ ແລະພາກພື້ນ, ທ່ານ ຫງວຽນດຶກຫາຍ ແລະທ່ານ Zbigniew Rau ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ກໍ່ຄືແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.
ໂດຍ: ທະນາພອນ