leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Zbigniew Rau, ລັດຖະມົນຕີກະຊວງການຕ່າງປະເທດໂປໂລຍ. ພາບ: baoquocte.vn

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບໂດຍຖືວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່ ເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍ, ພ້ອມທັງເຫັນດີເປັນເອກະພາບຕໍ່ບັນດາມາດຕະການ ເພື່ອແນໃສ່ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

leftcenterrightdel
ລັດຖະມົນຕີສອງທ່ານ ດໍາເນີນການເຈລະຈາ. ພາບ: baoquocte.vn

ທ່ານ Zbigniew Rau ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບ່ົມຊ້ອນຫຼາຍທີ່ສຸດຂອງໂປໂລຍ ຢູ່ອາຊີຕາເວັນອອກ ສ່ຽງໃຕ້; ສະເໜີໃຫ້ຝ່າຍຫວຽດນາມ ສ້າງຄວາມສະດວກ ໃຫ້ສິນຄ້າປະເພດຕ່າງໆຂອງໂປໂລຍແຊກຊຶມເຂົ້າຕະຫຼາດຫວຽດນາມ.

ລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືສອງຝ່າຍ ໃນຂົງເຂດການສຶກສາ-ກໍ່ສ້າງ, ກະສິກໍາ, ຊັບພະຍາກອນ-ສິ່ງແວດລ້ອມ, ວັດທະນະທໍາ, ການທ່ອງທ່ຽວ, ການປະຕິສັງຂອນປູຊະນີຍະສະຖານ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານ, ແຮງງານ...

ໃນໂອກາດນີ້, ສອງຝ່າຍໄດ້ລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ແລະສະຖາບັນການທູດໂປໂລຍ.

ໂດຍ: ທູຈາງ