ນໍາຫວຽດນາມ ເຂົ້າໃນທອັບ 30 ປະເທດແຖວໜ້າກ່ຽວກັບການທ່ອງທ່ຽວ
ກປ.ອອນໄລ - ຕອນເຊົ້າວັນທີ 15 ມີນາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບການທ່ອງທ່ຽວ ປີ 2023 ເພື່ອ “ຍູ້ແຮງການຟື້ນຟູ - ເພີ່ມລະດັບການພັດທະນາ”.
ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກເຖິງທັດສະນະຕ້ອງພັດທະນາການທ່ອງທ່ຽວ, ນີ້ແມ່ນຄວາມຮັບຜິດຊອບລວມຂອງທັງລະບົບການເມືອງ, ຂອງທຸກຂັ້ນ, ທຸກຂະແໜງການ ແລະທົ່ວສັງຄົມ; ພັດທະນາການທ່ອງທ່ຽວຕ້ອງນອນໃນການພັດທະນາເສດຖະກິດ-ສັງຄົມສັງລວມ, ດ້ວຍບົດບາດແມ່ນຂະແໜງເສດຖະກິດປາຍແຫຼມ; ພັດທະນາການທ່ອງທ່ຽວຕາມທິດປອດໄພ, ສີຂຽວ, ສະອາດ, ສິວິໄລ, ທັນສະໄໝ, ດຶງດູດ, ເຊີດຊູວັດທະນະທໍາການທ່ອງທ່ຽວຫວຽດນາມ; ພັດທະນາທັງລວງກວ້າງ ແລະລວງເລິກບົນພື້ນຖານໝູນໃຊ້, ພັດທະນາຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ໂດດເດັ່ນ ແລະທ່າໄດ້ປຽບແກ່ງແຍ້ງ, ແຕ່ບໍ່ຍອມເສຍສະຫຼະຄວາມກ້າວໜ້າ, ຍຸຕິທໍາທາງສັງຄົມ, ສິ່ງແວດລ້ອມ ເພື່ອປ່ຽນແທນການເຕີບໂຕເສດຖະກິດ; ພັດທະນາຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບແບບ, ອຸດົມສົມບູນ...
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບການທ່ອງທ່ຽວ ປີ 2023. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການທ່ອງທ່ຽວແມ່ນຂະແໜງເສດຖະກິດສໍາຄັນ, ຂະແໜງ “ອຸດສາຫະກໍາບໍ່ມີຄວັນ”, ປະກອບສ່ວນນັບມື້ນັບໃຫຍ່ຫຼວງເຂົ້າໃນພື້ນຖານເສດຖະກິດຂອງຫຼາຍປະເທດ; ແມ່ນທ່າອ່ຽງພັດທະນາຂອງອະນາຄົດ; ທັງແມ່ນຂົວຕໍ່ເພື່ອໃຫ້ປະຊາຊົນປະເທດຕ່າງໆ ພົບປະກັນ, ແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປັບປຸງຄວາມສາມັກຄີມິດຕະພາບ, ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະວັດທະນາຖາວອນ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍການຊີ້ນໍານໍາພາຂອງພັກ, ລັດ; ການຄຸ້ມຄອງຂອງລັດ; ຄວາມຕັດສິນໃຈ, ຄວາມມານະພະຍາຍາມສູງຂອງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ; ການເຂົ້າຮ່ວມຂອງລະບົບການເມືອງ; ການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງປະຊາຄົມວິສາຫາກິດທ່ອງທ່ຽວ ແລະປະຊາຊົນ, ຂະແໜງທ່ອງທ່ຽວຫວຽດນາມ ຈະພັດທະນາຢ່າງແຮງຕາມທິດ “ຜະລິດຕະພັນທີ່ເປັນເອກະລັກສະເພາະ - ການບໍລິການອາຊີບ - ລະບຽບການສະດວກ - ລາຄາຖືກ - ສິ່ງແວດລ້ອມສະອາດ - ສະຖານທີ່ທ່ອງທ່ຽວປອດໄພ, ເປັນມິດ”, ນອນໃນທອັບ 30 ປະເທດ ທີ່ມີກໍາລັງແກ່ງແຍ້ງດ້ານການທ່ອງທ່ຽວແຖວໜ້າໂລກ, ປະກອບສ່ວນສໍາຄັນເຂົ້າໃນການສ້າງສາປະເທດຫວຽດນາມ ຈະເລີນຮຸ່ງເຮືອງ, ປະຊາຊົນຫວຽດນາມ ມີຄວາມອີ່ມໜໍາສໍາລານ ແລະຜາສຸກ.
ໂດຍ: ໄຊຊະນະ