ທີ່ການພົບປະກັບທ່ານ Duarte Pacheco, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ກໍານົດເລື່ອງເຂົ້າຮ່ວມການເຄື່ອນໄຫວຂອງ IPU ແມ່ນໜ້າທີ່ການທູດຫຼາຍຝ່າຍສໍາຄັນຂອງສະພາແຫ່ງຊາດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການປຶກສາຫາລືລວມ ແລະຊອກຫາມາດຕະການແກ້ໄຂບັນຫາທົ່ວໂລກໂດຍດ່ວນໃນປັດຈຸບັນ. ເວທີປາໄສ IPU ກໍ່ແມ່ນສະຖານທີ່ ເຊິ່ງອົງການນິຕິບັນຍັດຂອງຫວຽດນາມ ສາມາດເຂົ້າເຖິງຫຼາຍເນື້ອໃນ, ບົດຮຽນການເຄື່ອນໄຫວ ແລະພຶດຕິກໍາຕົວຈິງທີ່ດີຂອງບັນດາລັດຖະສະພາຢູ່ໃນໂລກ ເພື່ອປັບປຸງ ແລະຍົກສູງຄຸນນະພາບການເຄື່ອນໄຫວຂອງຕົນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Duarte Pacheco ປະທານ IPU ຢູ່ນອກກອງປະຊຸມ IPU-146. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານປະທານ Duarte Pacheco ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງສະພາແຫ່ງຊາດຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ຢູ່ຮ່າໂນ້ຍ ໃນເດືອນກັນຍາ ຈະມາເຖິງນີ້ ແລະຢັ້ງຢືນຈະພ້ອມກັບບັນດາອົງການກ່ຽວຂ້ອງ ຂອງສະຫະພັນ ສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ເຫດການດຳເນີນໄປສໍາເລັດຜົນ.

ທີ່ການຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ  ຮອງປະທານສະພາແຫ່ງຊາດລາວ ໃນຕອນເຊົ້າວັນດຽວກັນ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດຢ່າງສູງສຸດ ໃຫ້ແກ່ການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ; ຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະສະໜັບສະໜູນກິດຈະການປົກປັກຮັກສາ, ສ້າງສາ, ປ່ຽນແປງໃໝ່ ແລະພັດທະນາຂອງປະເທດລາວຢ່າງແຮງ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ  ຮອງປະທານສະພາແຫ່ງຊາດລາວ ຢູ່ນອກກອງປະຊຸມ IPU-146. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການພົວພັນລະຫວ່າງສອງອົງການນິຕິບັນຍັດ, ທ່ານ ເຈິ່ນແທັງເໝິນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ສອງຝ່າຍໄດ້ຜັນຂະຫຍາຍປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມໃນເດືອນພຶດສະພາ 2022 ຢ່າງເປັນທາງການ. ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງສະພາແຫ່ງຊາດ ສືບຕໍ່ສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນ; ເສີມຂະຫຍາຍກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ (CLV); ສືບຕໍ່ສົມທົບກັນຕິດຕາມກວດກາຊຸກຍູ້ການປະຕິບັດສົນທິສັນຍາສາກົນສະບັບຕ່າງໆ ເຊິ່ງສອງປະເທດ ໄດ້ລົງນາມແລ້ວ, ເປັນຕົ້ນແມ່ນສົນທິສົນຍາວ່າດ້ວຍການຄ້າ ແລະການລົງທຶນ, ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ.

ສ່ວນທ່ານນາງ ສູນທອນ ໄຊຍະຈັກ   ກໍຕີລາຄາສູງໝາກຜົນ ເຊິ່ງສອງປະເທດ ບັນລຸໄດ້ໃນ “ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022” ກໍ່ຄືສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຢູ່ເວທີປາໄສລະຫວ່າງລັດຖະສະພາຢູ່ພາກພື້ນ ແລະສາກົນ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນນລະຫວ່າງບັນດາອົງການຂອງສະພາແຫ່ງຊາດສອງປະເທດ ໃນໜ້າທີ່ພ້ອມກັນຕິດຕາມກວດກາໂຄງການຮ່ວມມື, ການຮ່ວມມືສອງຝ່າຍເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍົກສູງປະສິດທິຜົນການຮ່ວມມື.

ທ່ານນາງ ສູນທອນ ໄຊຍະຈັກ    ສະແດງຄວາມປາດຖະໜາວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ໜູນຊ່ວຍສະພາແຫ່ງຊາດລາວ ເພື່ອປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງເປັນປະທານໝູນວຽນ AIPA ໃນປີ 2024.

ໂດຍ: ທູຈາງ