ໄປນໍາທ່ານນາຍົກລັດຖະມົນຕີ ມີທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ຫງວຽນຈີ໊ຢຸ້ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ; ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ; ທ່ານ ຮວິ່ງແທັ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ; ທ່ານ ດ່າວຫງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ ພ້ອມດ້ວຍການນໍາບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະນະຄອນ ຮ່າໂນ້ຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມບັນດາຫົວໜ່ວຍຄົ້ນຄວ້າ, ຜະລິດໃນສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ (NIC). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຫວັງວ່າ ສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ຂອງຫວຽດນາມ ຈະເປັນບ່ອນເຕົ້າໂຮມພູມປັນຍາໃນທົ່ວໂລກ. ຈາກນັ້ນສ້າງແຫຼ່ງກໍາລັງເພື່ອສືບຕໍ່ແຜ່ຂະຫຍາຍຜົນປະໂຫຍດ, ຄຸນຄ່າໃຫ້ທົ່ວສັງຄົມ. ເພື່ອເຮັດໄດ້ສິ່ງນັ້ນ, ຕາມທ່ານນາຍົກລັດຖະມົນຕີ ແລ້ວແມ່ນຕ້ອງມີກົນໄກ, ນະໂຍບາຍ, ລົງທຶນແຫຼ່ງກໍາລັງ, ເຫື່ອແຮງ ແລະຄວາມສຸດຈິດສຸດໃຈ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງສ້າງສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ເປັນບ່ອນເຕົ້າໂຮມບັນດາປັດໄຈຂອງລະບົບນິເວດປ່ຽນແປງໃໝ່ປະດິດສ້າງພາຍໃນ ແລະຕ່າງປະເທດ; ເປັນບ່ອນໜ້າຢູ່, ເຮັດວຽກຂອງນັກຊ່ຽວຊານ, ນັກລົງທຶນ, ຜູ້ກໍ່ຕັ້ງ ແລະບຸກຄະລາກອນເຮັດວຽກ ໃນຂົງເຂດປ່ຽນແປງໃໝ່ປະດິດສ້າງ.

ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບ Viettel ກ່ຽວກັບການເຄື່ອນໄຫວຄົ້ນຄວ້າຜະລິດເຕັກໂນໂລຢີສູງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ໄປຢ້ຽມຊົມບັນດາຜະລິດຕະພັນເຕັກໂນໂລຢີສູງທີ່ພົ້ນເດັ່ນ ໂດຍ Viettel ຄົ້ນຄວ້າ ແລະຜະລິດຢູ່ໃນ 3 ຂົງເຂດ: ການທະຫານ, ໂຄງລ່າງໂທລະຄົມ, ຜະລິດຕະພັນພົນລະເຮືອນ. ສໍາລັບຂົງເຂດການທະຫານ, Viettel ໄດ້ຄົ້ນຄວ້າ, ຜະລິດຜະລິດຕະພັນປະເພດຕ່າງໆ 50 ກວ່າຊະນິດ ສັງກັດ 10 ຂະແໜງອາວຸດຍຸດໂທປະກອນເຕັກນິກເຕັກໂນໂລຢີສູງ ເພື່ອສະໜອງໃຫ້ກອງທັບ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະບັນດາຜູ້ແທນ ຢ້ຽມຊົມຜະລິດຕະພັນທີ່ນໍາໃຊ້ເຕັກໂນໂລຢີສູງຂອງ Viettel. ພາບ: ສໍານັກຂ່າວສານຫວຽດນາມ.

ຢ້ຽມຊົມຫ້ອງວາງສະແດງຜະລິດຕະພັນຂອງ Viettel, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຖືວ່າ ດ້ວຍວິໄສທັດ “ປະດິດສ້າງເພື່ອມະນຸດ” ແລະພາລະກໍາ “ນໍາໜ້າກໍາລັງຫຼັກແຫຼ່ງ ສ້າງສັງຄົມດີຈີຕອນ”, Viettel ແມ່ນວິສາຫະກິດທີ່ຍາມໃດກໍຖືເປັນສໍາຄັນ ແລະລົງທຶນໃຫ້ແກ່ບັນດາການເຄື່ອນໄຫວຄົ້ນຄວ້າ, ພັດທະນາ; ປະກອບສ່ວນສ້າງພື້ນຖານອຸດສາຫະກໍາໂທລະຄົມ, ຮັບປະກັນຄວາມປອດໄພ ໃຫ້ແກ່ກິດຈະການພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ໃຫ້ແກ່ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Viettel ສືບຕໍ່ປະຕິບັດວິໄສທັດ ແລະພາລະກໍາໃຫ້ດີກວ່ານີ້ອີກ ເພື່ອປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ໃນນັ້ນ ຕ້ອງສຸມໃສ່ການກໍ່ສ້າງ ແລະພັດທະນາ, ເປັນກໍາລັງຫຼັກແຫຼ່ງໃນການກໍ່ສ້າງກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ; ກໍ່ສ້າງ, ພັດທະນາພື້ນຖານອຸດສາຫະກໍາຜະລິດອຸປະກອນພົນລະເຮືອນ, ປະກອບສ່ວນປະຕິບັດພາລະກໍາ ນໍາຫວຽດນາມ ກາຍເປັນປະເທດອຸດສາຫະກໍາພັດທະນາ; ສະເພາະໜ້າແມ່ນຮັບໃຊ້ການຫັນປ່ຽນດີຈີຕອນແຫ່ງຊາດ ຢ່າງມີປະສິດທິຜົນ ດ້ວຍບັນດາເສົາຄໍ້າກໍ່ສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ; ຮັກສາບົດບາດນໍາພາໃນວິວັດການຫັນປ່ຽນດີຈີຕອນ; ກໍ່ສ້າງຂໍ້ມູນແຫ່ງຊາດ; ເພີ່ມທະວີຄວາມໝັ້ນຄົງ, ຄວາມປອດໄພທາງດ້ານໂທລະຄົມມະນາຄົມ, ຄວາມປອດໄພທາງອິນເຕີແນັດ...

ໂດຍ: ໄຊຊະນະ