ສື່ມວນຊົນ ສປປ ເກົາຫຼີ ເຊີດຊູສາຍພົວພັນມິດຕະພາບກັບຫວຽດນາມ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສປປ ເກົາຫຼີ ແລະຫວຽດນາມ (31-01-1950/31-01-2023), ວັນທີ 1 ກຸມພາ, ວິທະຍຸກະຈາຍສຽງ ສປປ ເກົາຫຼີ ໄດ້ລົງບົດຂຽນເຊີດຊູສາຍພົວພັນມິດຕະພາບລະຫວ່າງສອງປະເທດ ໃນໄລຍະຜ່ານມາ.
ບົດຂຽນເນັ້ນໜັກວ່າ ເລື່ອງ ສປປ ເກົາຫຼີ ແລະຫວຽດນາມ ສ້າງຕັ້ງການພົວພັນທາງການທູດ ໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນສອງປະເທດ, ນັ້ນແມ່ນຕ້ານລັດທິຈັກກະພັດ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບໃນການຕໍ່ສູ້ລວມ ເພື່ອລັດທິສັງຄົມນິຍົມ, ເພື່ອພື້ນຖານເອກະລາດ ເປັນເຈົ້າຕົນເອງ. ມາຮອດປັດຈຸບັນ, ສາຍພົວພັນລະຫວ່າງຫວຽດນາມ-ສປປ ເກົາຫຼີ ໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່.
    |
 |
ປະທານ ສປປ ເກົາຫຼີ Kim Jong-un ລົງລົດໄຟ ຢູ່ສະຖານີລົດໄຟດົ່ງດັງ ໃນການຢ້ຽມຢາມຫວຽດນາມ ປີ 2019. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນປີ 2022, ການນໍາສອງປະເທດ ໄດ້ສົ່ງສານອວຍພອນ ເຊິ່ງກັນ ແລະກັນ ເນື່ອງໃນໂອກາດວັນບຸນໃໝ່, ຄື: ເຫດການສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງ ສປປ ເກົາຫຼີ (09-09-1948/09-09-2022). ສາຍພົວພັນທີ່ເປັນມູນເຊື້ອມິດຕະພາບສອງຝ່າຍຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ. ຊາວ ສປປ ເກົາຫຼີ ຖືເປັນສໍາຄັນທີ່ສຸດສາຍພົວພັນມິດຕະພາບກັບຫວຽດນາມ.
ໂດຍ: ທູຈາງ