ນີ້ແມ່ນຄຳຢັ້ງຢັນຂອງທ່ານ Boubazine Abdelhamid ເອກອັກຄະລັດຖະທູດ ອານເຊຣີ ປະຈຳ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີເຖາະ 2023, ຍ້ອນຕາມທ່ານເອກອັກຄະລັດຖະທູດແລ້ວ, “ຫວຽດນາມ ແມ່ນສັງຄົມມີສັນຕິພາບ, ມີການສຶກສາ, ບໍ່ມີການໃຊ້ຄວາມຮຸນແຮງ, ປະຊາຊົນສະໜິດສະໜົມ”.

leftcenterrightdel
ທ່ານ Boubazine Abdelhamid ເອກອັກຄະລັດຖະທູດ ອານເຊຣີ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ Boubazine Abdelhamid ເວົ້າວ່າ ຍາມໃດຫວຽດນາມ ກໍ່ແມ່ນປະເທດທີ່ເຄົາລົບສິດທິມະນຸດ - ສິ່ງດັ່ງກ່າວສະແດງອອກ ຜ່ານເລື່ອງຫວຽດນາມ ແມ່ນກຳລັງເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຕັ້ງໜ້າ.

ຊົມເຊີຍ ຫວຽດນາມ ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025, ທ່ານເອກອັກຄະລັດຖະທູດ Boubazine Abdelhamid ເຊື່ອໝັ້ນວ່າ, ຫວຽດນາມ ຈະແມ່ນປະເທດຕາງໜ້າທີ່ດີ, ປົກປ້ອງສິດທິມະນຸດຫາກບໍ່ມີການຈຳແນກການປະພຶດ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ວິໄສທັດສະຫຼາດສ່ອງໃສ ແລະບັນດາການເລືອກເຟັ້ນບັນດາ ນະໂຍບາຍຂອງການນຳຫວຽດນາມ ຢ່າງຖືກຕ້ອງນັ້ນ ໄດ້ຊ່ວຍໃຫ້ຫວຽດນາມ ບັນລຸບັນດາບາດກ້າວໃຫຍ່ໃນການພັດທະນາເສດຖະກິດ - ສັງຄົມ.

ໂດຍ: ທະນາພອນ