ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນອາໄລຫາ ປະທານ ໂຮ່ຈີມິນ
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີເຖາະ 2023, ຕອນເຊົ້າວັນທີ 20 ມັງກອນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ໃນທຳບຽບປະທານປະເທດ ຢູ່ຮ່າໂນ້ຍ.
    |
 |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ ອາໄລຫາປະທານໂ ຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ. |
ເມື່ອໂອ້ລົມຢ່າງສະໜິດສະໜົມກັບພະນັກງານ, ພາລະກອນເຂດປູຊະນີຍະສະຖານ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມຊົມເຊີຍພະນັກງານ, ພາລະກອນເຂດປູຊະນີຍະສະຖານ ທີ່ພະຍາຍາມປະຕິບັດວຽກງານໄດ້ຮັບການມອບໝາຍເປັນຢ່າງດີ, ເກັບຮັກສາ ແລະແນະນຳບັນດາເອກະສານຂໍ້ມູນ, ວັດຖຸພັນທີ່ມີຄ່າກ່ຽວກັບຊີວິດ ແລະພາລະກິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ໃຫ້ພໍ່ແມ່ພີ່ນ້ອງ ຢູ່ພາຍໃນປະເທດ ແລະແຂກທ່ອງທ່ຽວສາກົນ. ທ່ານ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ:
ພວກສະຫາຍທີ່ເຮັດວຽກຢູ່ເຂດປູຊະນີຍະສະຖານ ຕ້ອງເຫັນໄດ້ຄວາມເປັນກຽດພ້ອມທັງຕັດສິນໃຈເປັນແບບຢ່າງຖ່າຍທອດແນວຄິດຄຸນສົມບັດຂອງເພິ່ນ ໃຫ້ແຂກທຸກສາລະທິດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານ. ເນື່ອງໃນໂອກາດປີໃໝ່ ຂໍອວຍພອນໃຫ້ອ້າຍເອື້ອຍນ້ອງ ແລະຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ, ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ; ຖ່າຍທອດທາດແທ້ຄຸນສົມບັດ, ຄວາມເກັ່ງກ້າສາມາດທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ. ນັ້ນກໍ່ແມ່ນຮ່ຳຮຽນ ແລະເຮັດຕາມເພິ່ນ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດລວມຂອງພວກເຮົາ.
ແຫຼ່ງຄັດຈາກ vovworld.vn