leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢ້ຽມຢາມ, ເຮັດວຽກ ແລະອວຍພອນບຸນເຕັດ ເຫຼົ່າຮົບລົດຕັງ-ຍານເກາະ. ພາບ: qdnd.vn

ທີ່ການເຮັດວຽກ, ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວອັນສະໜິດສະໜົມ ແລະຄໍາອວຍພອນທີ່ດີງາມທີ່ສຸດ ມາຍັງພະນັກງານ, ນັກຮົບ ເຫຼົ່າຮົບລົດຕັງ-ຍານເກາະ. ທ່ານນາຍົກລັດຖະມົນຕີ ຍ້ອງຍໍຊົມເຊີຍບັນດາຜົນງານ ເຊິ່ງ ພະນັກງານ, ນັກຮົບ ເຫຼົ່າຮົບລົດຕັງ-ຍານເກາະ ບັນລຸໄດ້ໃນຊຸມປີຜ່ານມາ; ພ້ອມທັງປາດຖະໜາວ່າ ທະຫານລົດຕັງ-ຍານເກາະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ ໃນຕະຫຼອດໄລຍະປະຫວັດສາດແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ ເພື່ອສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ມອບຂອງຂວັນບຸນເຕັດໃຫ້ເຫຼົ່າຮົບລົດຕັງ-ຍານເກາະ. ພາບ: qdnd.vn

leftcenterrightdel
ພົນເອກ ຟານວັນຢາງ ມອບຂອງຂວັນບຸນເຕັດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ເຫຼົ່າຮົບລົດຕັງ-ຍານເກາະ. ພາບ: qdnd.vn

ເພື່ອຮັບປະກັນໃຫ້ແກ່ທະຫານຕ້ອນຮັບບຸນປີໃໝ່ອົບອຸ່ນ, ມີຄວາມມ່ວນຊືື່ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເຫຼົ່າຮົບລົດຕັງ-ຍານເກາະ ຕ້ອງເອົາໃຈໃສ່ຮັບປະກັນອັດຕານະໂຍບາຍທາງດ້ານວັດຖຸ ແລະຈິດໃຈ ໃຫ້ແກ່ທະຫານຢ່າງຄົບຖ້ວນ; ຈັດຕັ້ງໃຫ້ພະນັກງານ, ນັກຮົບຕ້ອນຮັບບຸນປີໃໝ່ ໃຫ້ມີຄວາມມ່ວນຊື່ນ, ອົບອຸ່ນ ແລະກຽມພ້ອມສູ້ຮົບສູງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ປູກຕົ້ນໄມ້ທີ່ລະນຶກ ທີ່ເຫຼົ່າຮົບລົດຕັງ-ຍານເກາະ. ພາບ: qdnd.vn

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023 ໃກ້ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມອບຂອງຂວັນບຸນເຕັດ ໃຫ້ເຫຼົ່າຮົບລົດຕັງ-ຍານເກາະ ແລະອວຍພອນພະນັກງານ, ນັກຮົບໃນທົ່ວເຫຼົ່າຮົບ ພ້ອມຄອບຄົວ ຢູ່ດີມີແຮງ, ຈົ່ງມີແຕ່ຄວາມຜາສຸກ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ເຫຼົ່າຮົບລົດຕັງ-ຍານເກາະ ແລະກໍາລັງລົດຕັງ-ຍານເກາະ ທົ່ວກອງທັບ ຈະສືບຕໍ່ສາມັກຄີ, ເປັນເອກະພາບ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຍົກສູງຄຸນທາດທະຫານລຸງໂຮ່, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ ຮັບການມອບໝາຍ, ປະກອບສ່ວນປົກປັກຮັກສາອະທິປະໄຕອັນສັກກາລະບູຊາຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ນັກຮົບເຫຼົ່າຮົບລົດຕັງ-ຍານເກາະ. ພາບ: qdnd.vn

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ, ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ຢ້ຽມຊົມເຂດວາງສະແດງມູນເຊື້ອຂອງເຫຼົ່າຮົບລົດຕັງ-ຍານເກາະ. ພາບ: qdnd.vn

ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ປູກຕົ້ນໄມ້ທີ່ລະນຶກ,  ຂຽນຄວາມຮູ້ສຶກໃສ່ປຶ້ມບັນທຶກ ແລະຢ້ຽມຊົມການວາງສະແດງຮູບພາບ, ວັດຖຸພັນ, ເອກະສານ ທີ່ສະແດງໃຫ້ເຫັນປະຫວັດສາດແຫ່ງການກໍ່ສ້າງ, ສູ້ຮົບ, ການເຕີບໃຫຍ່ຂະຫຍາຍຕົວ ແລະບັນດາຜົນງານຂອງທະຫານລົດຕັງ-ຍານເກາະ.

ກໍ່ຢູ່ທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໃຫ້ເຫຼົ່າຮົບລົດຕັງ-ຍານເກາະ.

ໂດຍ: ໄຊຊະນະ