ປະທານປະເທດ ເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023”
ກປ.ອອນໄລ - ຕອນຄໍ່າວັນທີ 14 ມັງກອນ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດເປັນປະທານຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023” ພາຍໃຕ້ຫົວຂໍ້ “ປະເທດຊາດ - ຄວາມເຊື່ອໝັ້ນ ແລະຄວາມມຸ່ງຫວັງ”. ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເຂົ້າຮ່ວມລາຍການດັ່ງກ່າວ.
    |
 |
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢ້ຽມຊົມງານວາງສະແດງຮູບພາບກ່ອນທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023”. ພາບ: qdnd.vn |
ກ່າວຄໍາເຫັນອວຍພອນປີໃໝ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານປະທານປະເທດ ເນັ້ນໜັກວ່າ: ໃນສະພາບຄວາມຫຍຸ້ງຍາກ, ປີ 2022 ຜ່ານມາ ແມ່ນປີທີ່ທົ່ວປວງຊົນທັງຊາດຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈພາຍໃຕ້ການນໍາພາຂອງພັກ, ລັດ, ໄດ້ເສີມຂະຫຍາຍກໍາລັງແຮງພາຍໃນ, ສົບທົບກັບແຫຼ່ງກໍາລັງພາຍນອກຢ່າງມີປະສິດທິຜົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກໍາແໜ້ນກາລະໂອກາດ ແລະບັນລຸໄດ້ຜົນງານອັນໃຫຍ່ຫຼວງສໍາຄັນຫຼາຍຢ່າງ.
    |
 |
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈັບມືບັນດາຜູ້ແມນເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023”. ພາບ: qdnd.vn |
ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນ “ພາກສ່ວນສຳຄັນ” ປະກອບສ່ວນເຂົ້າໃນຜົນສໍາເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດຂອງປະເທດເຮົາ. ຜ່ານການເຄື່ອນໄຫວແລກປ່ຽນວັດທະນະທໍາ, ສາສະໜາ, ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ ແລະພວມປະກອບສ່ວນຮັກສາຄຸນຄ່າວັດທະນະທໍາຂອງຫວຽດນາມ ຢູ່ຕ່າງປະເທດ ແລະສ້າງເປັນເຄືອຂ່າຍທູດມິດຕະພາບກັບປະເທດຕ່າງໆ.
    |
 |
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕີກອງເປີດງານບຸນຕ້ອນຮັບປີໃໝ່ ປີເຖາະ 2023. ພາບ: qdnd.vn |
    |
 |
ລາຍການສະແດງສິລະປະເປີດສາກ. ພາບ: qdnd.vn |
ບຸນປີໃໝ່ປະຈໍາຊາດ ປີເຖາະ ໃກ້ຈະມາຮອດ, ຕາງໜ້າພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະປະຊາຊົນຢູ່ພາຍໃນປະເທດ, ທ່ານ ປະທານປະເທດ ອວຍພອນພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມດ້ວຍບັນດາແຂກຜູ້ມີກຽດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ.
ພາຍຫຼັງກ່າວຄໍາເຫັນ, ທ່ານປະທານປະເທດ ໄດ້ຕີກອງເປີດງານບຸນຕ້ອນຮັບປີໃໝ່ ປີເຖາະ 2023.
ໂດຍ: ທູຈາງ