leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Charles Kaye ຜູ້ອຳນວຍການໃຫຍ່ກອງທຶນລົງທຶນທົ່ວໂລກ Warburg Pincus (ອາເມລິກາ). ພາບ: ເຢືອງຢາງ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ໊ງ ສະເໜີໃຫ້ Warburg Pincus ດ້ວຍເຄືອຂ່າຍລູກຄ້າໃຫຍ່ໃນໂລກໃຫ້ສືບຕໍ່ເປັນຂົວຕໍ່ເພື່ອນຳບັນດານັກລົງທຶນອາເມລິກາ ເວົ້າສະເພາະ ແລະຕ່າງປະເທດເວົ້າລວມ ມາລົງທຶນຢູ່ຫວຽດນາມ; ພ້ອມທັງສືບຕໍ່ເປີດກວ້າງ, ພັດທະນາບັນດາຂົງເຂດດຳເນີນທຸລະກິດໃໝ່, ເປັນຕົ້ນແມ່ນຂົງເຂດພະລັງງານທົດແທນ, ພັດທະນາຂະແໜງອຸດສາຫະກຳອຸປະກອນພະລັງງານທົດແທນ ແລະຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນ, ໃຫ້ຄຳປຶກສານະໂຍບາຍກັບຝ່າຍຫວຽດນາມ.

ທ່ານ ຟ້າມມິງຈີ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດສະດວກ, ເປີດເຜີຍ, ໂປ່ງໃສ, ສະເໝີພາບ, ໜູນຊ່ວຍ ແລະສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ຢ່າງມີປະສິດທິຜົນ ແລະປະສົບຜົນສຳເລັດ, ປະກອບສ່ວນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Charles Kaye ຜູ້ອຳນວຍການໃຫຍ່ກອງທຶນລົງທຶນທົ່ວໂລກ Warburg Pincus (ອາເມລິກາ). ພາບ: ເຢືອງຢາງ

ສ່ວນທ່ານ Charles Kaye ຢັ້ງຢືນວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ມີຄວາມດຶງດູດ ແລະສຳຄັນ ຂອງບັນດາວິສາຫະກິດອາເມລິກາ, ແມ່ນໜຶ່ງໃນຫ້າສະຖານທີ່ລົງທຶນສຳຄັນທີ່ສຸດຂອງ Warburg Pincus; ທ່ານ ຢັ້ງຢືນໃຫ້ຄໍາໝັ້ນສັນຍາລົງທຶນຍາວນານ ແລະປາດຖະໜາຢາກ ເພີ່ມທະວີການລົງທຶນ, ຮ່ວມມືກັບຝ່າຍຫວຽດນາມ ຕາມຄໍາສະເໜີຂອງນາຍົກລັດຖະມົນຕີ, ເປັນຕົ້ນແມ່ນການພັດທະນາພະລັງງານທົດແທນໃນເຂດອຸດສາຫະກຳ, ປຶກສາຫາລືນະໂຍບາຍ; ຍົກອອກຂໍ້ສະເໜີທີ່ກ່ຽວຂ້ອງເຖິງບັນດາໂຄງການລົງທຶນຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ