ໂທລະເລກຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (20-9-1977 / 20-9-2022), ວັນທີ 20 ກັນຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສົ່ງໂທລະເລກຊົມເຊີຍເຖິງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.