leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Khuong Sreng ເຈົ້າຄອງນະຄອນຫຼວງພະນົມເປັນ. ພາບ: ຢວ໋ານເຕິ໊ນ.

ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫ້ວ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງຂອງກໍາປູເຈຍ ໃນການຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມ ແລະຍົກສູງຖານະບົດບາດສາກົນຢ່າງບໍ່ຢຸດຢັ້ງ; ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດໂຄວິດ-19 ຂອງກໍາປູເຈຍ ແລະບັນດາໝາກຜົນຕັ້ງໜ້າ ພາຍຫຼັງເປີດປະຕູຄືນໃໝ່.

ທ່ານ ເວືອງດິ່ງເຫ້ວ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບກໍາປູເຈຍ. ທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງນະຄອນຫຼວງເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ  ແລະທ່ານ Khuong Sreng ເຈົ້າຄອງນະຄອນຫຼວງພະນົມເປັນ. ພາບ: ຢວ໋ານເຕິ໊ນ.

ສ່ວນທ່ານ Khuong Sreng ເນັ້ນໜັກວ່າ ການພົວພັນລະຫວ່າງສອງນະຄອນຫຼວງ ກໍ່ຄືການພົວພັນ ກໍາປູເຈຍ-ຫວຽດນາມ ນັບມື້ນັບພັດທະນາ; ແຈ້ງໂດຍສັງເຂບກ່ຽວກັບສະພາບການຢູ່ກໍາປູເຈຍ ແລະນະຄອນຫຼວງພະນົມເປັນໃນມໍ່ໆມານີ້; ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍທັງດ້ານວັດຖຸ ແລະຈິດໃຈແກ່ກໍາປູເຈຍ ແລະນະຄອນຫຼວງພະນົມເປັນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາຂອງກໍາປູເຈຍ, ພິເສດແມ່ນການຊ່ວຍເຫຼືອອັນໃຫຍ່ຫຼວງ ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດໃນໄລຍະຜ່ານມາ.

ໂດຍ: ເຈິ່ນຮວ່ຽນ