leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn

ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ມີຄວາມຄືບໜ້າໃນທຸກຂົງເຂດ, ໃນນັ້ນມີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ. ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ອາເມລິກາ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງ ຫວຽດນາມ ດ້ວຍວົງເງິນການຄ້າ ກວ່າ 110 ຕື້ໂດລາສະຫະລັດ ໃນປີ 2021.

ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ “ດ້ວຍນະໂຍບາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນກັບອາເມລິກາ ບົນພື້ນຖານເສລີ, ຍຸຕິທຳ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ,  ສອດຄ່ອງກັບບັນດາຂໍ້ຕົກລົງສອງຝ່າຍ ແລະຂໍ້ກຳນົດຂອງອົງການການຄ້າໂລກ (WTO), ຫວຽດນາມ ກຽມພ້ອມ ແລະແລກປ່ຽນກັບອາເມລິກາ ເປັນປົກກະຕິຜ່ານບັນດາກົນໄກທີ່ມີຢູ່ແລ້ວ, ຄື: ສັນຍາແມ່ວ່າດ້ວຍການຄ້າ ແລະການລົງທຶນ (TIFA) ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ ແລະເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ ແລະການລົງທຶນສອງຝ່າຍ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະປະຊາຊົນສອງປະເທດ. ບົນຈິດໃຈນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະປຶກສາຫາລືບັນຫານີ້ກັບຝ່າຍ ອາເມລິກາ”.

ໂດຍ: ທະນາພອນ