ເມື່ອຕ້ອນຮັບທ່ານ Yousef Ashour Al-sabbagh ເອກອັກຄະລັດຖະທູດ ກູເວດ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ກູເວດ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ບົນພື້ນຖານການພົວພັນອັນດີງາມ ພາຍຫຼັງ 46 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ທ່ານປະທານປະເທດ ສະເໜີໃຫ້ສອງປະເທດ ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງການຜັນຂະຫຍາຍບັນດາກົນໄກຮ່ວມມື, ຄື: ກອງປະຊຸມຄັ້ງທີ 3 ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ກູເວດ ແລະກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 4 ລະຫວ່າງສອງກະຊວງການຕ່າງປະເທດ; ສືບຕໍ່ສົມທົບກັນຢູ່ເວທີປາໄສສາກົນໃຫ້ເປັນຢ່າງດີ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານ Yousef Ashour Al-sabbagh ເອກອັກຄະລັດຖະທູດ ກູເວດ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ກູເວດ ໃຫ້ຮູ້ວ່າ ກູເວດ ແມ່ນປະເທດເຂດອ່າວທໍາອິດທີ່ເປີດອົງການການທູດ ຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, ກູເວດ ສືບຕໍ່ສະໜັບສະໜູນຫວຽດນາມ ທີ່ບັນດາເວທີປາໄສ ແລະອົງການຈັດຕັ້ງສາກົນ; ສືບຕໍ່ສະໜອງທຶນການສຶກສາໃຫ້ນັກສຶກສາຫວຽດນາມ, ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດສັງຄົມ, ພິເສດແມ່ນເຂດຊົນນະບົດ, ເຂດປະສົບກັບຄວາມທຸກຍາກ.

ໃນການຕ້ອນຮັບທ່ານ Yaron Mayer ເອກອັກຄະລັດຖະທູດ ອິດສະຣາແອນ, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືກັບອິດສະຣາແອນ. ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຊຸກຍູູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ບັນດາກົນໄກຮ່ວມມືທີ່ໄດ້ລົງນາມແລ້ວ; ເພີ່ມທະວີການສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສ, ອົງການຈັດຕັ້ງສາກົນ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານ Yaron Mayer ເອກອັກຄະລັດຖະທູດ ອິດສະຣາແອນ.  ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍຄວນຍູ້ແຮງຄວາມຄືບໜ້າການເຈລະຈາ, ລົງນາມສັນຍາການຄ້າເສລີ ຫວຽດນາມ-ອິດສະຣາແອນ ແລະສັນຍາວ່າດ້ວຍການຮ່ວມມືດ້ານແຮງງານ ໂດຍໄວ, ເພື່ອເປັນພື້ນຖານໃຫ້ແກ່ການເພີ່ມວົງເງິນ ແລະການລົງທຶນໂດຍກົງຈາກຕ່າງປະເທດ (FDI).

ສ່ວນທ່ານເອກອັກຄະລັດຖະທູດ ອິດສະຣາແອນ ຢັ້ງຢືນວ່າ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອຊຸກຍູ້ການລົງນາມສັນຍາການຄ້າເສລີຫວຽດນາມ - ອິດສະຣາແອນ ໂດຍໄວ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ