leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Kim Jung Tai. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍບັນດາຜົນການຮ່ວມມືອັນດີງາມລະຫວ່າງກຸ່ມບໍລິສັດການເງິນ Hana ແລະ BIDV ໃນການເຄື່ອນໄຫວທະນາຄານ ແລະປະກອບສ່ວນຮັບປະກັນສະຫວັດດີການສັງຄົມໃຫ້ແກ່ຫວຽດນາມ ໃນ 2 ປີກວ່າທີ່ຜ່ານມາ. ທ່ານປະທານສະພາແຫ່ງຊາດ ຕີລາຄາສູງການຕັດສິນໃຈພັດທະນາການພົວພັນຮ່ວມມືຍຸດທະສາດລະຫວ່າງສອງອົງການນັບທັງລວງກວ້າງ ແລະລວງເລິກ, ພິເສດແມ່ນຄວາມມານະພະຍາຍາມຂອງສອງຝ່າຍຜ່ານການລົງນາມປະຕິບັດທຸລະກໍາລົງທຶນຫຸ້ນສ່ວນຍຸດທະສາດຢູ່ບໍລິສັດຫຸ້ນສ່ວນຫຼັກຊັບ BIDV (BSC) ຂອງບໍລິສັດຫຼັກຊັບ Hana...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ນອກຈາກການເຄື່ອນໄຫວລົງທຶນດໍາເນີນທຸລະກິດ, ການຮັບປະກັນສະຫວັດດີການສັງຄົມຢູ່ຫວຽດນາມ ແລ້ວ, ທ່ານປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ ກຸ່ມບໍລິສັດ Hana ຈະປະກອບສ່ວນເຂົ້າໃນການປັບປຸງລະບົບກົດໝາຍ, ລະບອບນະໂຍບາຍ, ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດໃຫ້ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ; ພ້ອມທັງຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະຮັບຟັງ ເພື່ອສືບຕໍ່ປັບປຸງລະບົບກົດໝາຍ, ນະໂຍບາຍ, ລະບອບລະບຽບການ, ສ້າງເງື່ອນໄຂໃຫ້ດີທີ່ສຸດແກ່ທຸກພາກສ່ວນເສດຖະກິດ, ນັກລົງທຶນ, ໃນນັ້ນມີນັກລົງທຶນ ສ.ເກົາຫຼີ ນັບມື້ນັບເປີດກວ້າງການລົງທຶນ, ດໍາເນີນທຸລະກິດສໍາເລັດ ຢູ່ຫວຽດນາມ.

leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Kim Jung Tai ເນັ້ນໜັກວ່າ ກຸ່ມບໍລິສັດການເງິນ Hana ຈະສົມທົບຢ່າງແໜ້ນແຟ້ນກັບ BIDV ເພື່ອຊອກຫາມາດຕະການ, ແຜນການເພີ່ມທະວີການລົງທຶນ, ສ້າງຜົນການຮ່ວມມືໃຫ້ດີທີ່ສຸດໃນໄລຍະຈະມາເຖິງ. ຢູ່ຫວຽດນາມ, Hana ຈະເຂົ້າຮ່ວມການລົງທຶນ, ດໍາເນີນທຸລະກິດ, ທັງຮັບປະກັນການປະກອບສ່ວນໃຫ້ແກ່ວຽກງານສະຫວັດດີການສັງຄົມ.

ໂດຍ: ໄຊຊະນະ