ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບເກຼັກ ແລະເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມຂອງທ່ານ Nikolaos Dendias ໃນຄັ້ງນີ້ແມ່ນຜົນສໍາເລັດພາຍຫຼັງການຢ້ຽມຢາມຫວຽດນາມຂອງທ່ານ Katerina Sakellaropoulou ປະທານາທິບໍດີເກຼັກ ເມື່ອເດືອນພຶດສະພາຜ່ານມາ, ທັງແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Nikolaos Dendias ລັດຖະມົນຕີການຕ່າງປະເທດເກຼັກ. ພາບ: baochinhphu.vn

ທ່ານ ຟ້າມມິງຈິ໊ງ ປາດຖະໜາວ່າ ເກຼັກ ຈະສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດທີ່ເປັນທ່າແຮງຂອງຫວຽດນາມ ເຂົ້າເຖິງຕະຫຼາດເກຼັກ, ອີຢູ ແລະສະເໜີວິສາຫະກິດສອງປະເທດສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໝູນໃຊ້ກາລະໂອກາດຈາກ EVFTA ແລະ EVIPA ເພື່ອແນໃສ່ຍູ້ແຮງການແລກປ່ຽນການຄ້າ, ການລົງທຶນ ມຸ່ງເຖິງເປົ້າໝາຍ 5 ຕື້ໂດລາສະຫະລັດ ເຊິ່ງການນໍາຂັ້ນສູູງສອງປະເທດໄດ້ເຫັນດີເປັນເອກະພາບໃນໄລຍະຜ່ານມາ.

ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການສອງປະເທດ ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອເຊັນສັນຍາຂົນສົ່ງທາງທະເລ  ແລະສັນຍາຫຼີກລ້ຽງການເກັບພາສີຊ້ອນຫວຽດນາມ-ເກຼັກ ໂດຍໄວ ເພື່ອຊຸກຍູ້ການຮ່ວມມືຂົນສົ່ງທາງທະເລ, ແກ້ໄຂການຂາດຕ່ອງໂສ້ການສະໜອງ; ສະເໜີສອງປະເທດຕັ້ງໜ້າຜັນຂະຫຍາຍສັນຍາຮ່ວມມືວ່າດ້ວຍວັດທະນະທໍາ (ເຊັນໃນປີ 2008), ເກຼັກ ສືບຕໍ່ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ, ເຮັດວຽກ ຢູ່ເກຼັກ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດ ແລະການພົວພັນສອງຝ່າຍ.

ສ່ວນທ່ານ Nikolaos Dendias ຢັ້ງຢືນວ່າ ເກຼັກ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດ, ສໍາຄັນຢູ່ພາກພື້ນ ແລະປາດຖະໜາຢາກປັບປຸງການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ ກວ່າອີກ.

ເນື່ອງໃນໂອກາດນີ້, ລັດຖະມົນຕີການຕ່າງປະເທດເກຼັກ ແຈ້ງໃຫ້ຊາບ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊົມເຊີຍຂໍ້ສະເໜີຂອງຝ່າຍເກຼັກກ່ຽວກັບການກໍ່ສ້າງອະນຸສາວະລີ, ອະນຸສອນສະຖານປະທານໂຮ່ຈີມິນ ຢູ່ເກຼັກ, ສະເໜີບັນດາອົງການຂອງສອງຝ່າຍ ເຮັດວຽກຢ່າງລະອຽດເພື່ອເຫັນດີເປັນເອກະພາບ ແລະຜັນຂະຫຍາຍ. 

ໂດຍ: ໄຊນີດາ