leftcenterrightdel
ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສະພາແຫ່ງຊາດສອງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນໃນການຕິດຕາມກວດກາບັນດາອົງການ, ກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຂອງສອງປະເທດ ເພື່ອແນໃສ່ປະຕິບັດເອກະສານນິຕິກຳ 3 ສະບັບກ່ຽວກັບເຂດຊາຍແດນທາງບົກຫວຽດນາມ-ຈີນ, ມີມາດຕະການສົມທົບຢ່າງທັນການ, ແກ້ໄຂຢ່າງເດັດຂາດຕໍ່ບັນຫາທີ່ເກີດຂຶ້ນ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ...

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ເຈິ່ນແທັງເໝິນ ຢັ້ງຢືນຄືນໃໝ່ວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຮັກສາສັນຕິພາບ, ສະຖຽນລະພາບ, ຄວບຄຸມ ແລະແກ້ໄຂບັນຫາຢູ່ທະເລໃຫ້ຖືກຕ້ອງ ແລະເໝາະສົມ; ປະຕິບັດຄວາມຮັບຮູ້ລວມ ແລະຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງເຂັ້ມງວດ, ເປັນຕົ້ນແມ່ນ “ຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ”; ຢຶດໝັ້ນຕໍ່ການແກ້ໄຂບັນຫາຢູ່ທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Wang Chen ຢັ້ງຢືນວ່າ ການນຳສະພາແຫ່ງຊາດຈີນ ຍາມໃດກໍ່ເອົາໃຈໃສ່, ມານະພະຍາຍາມເຮັດໃຫ້ການພົວພັນລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າ ແລະຊຸກຍູ້ການພົບປະແລກປ່ຽນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ. ຈີນ ປາດຖະໜາຢາກພ້ອມກັບຫວຽດນາມ ເສີມຂະຫຍາຍນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າອີກ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ