ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານ ຟ້າມມິງຈິ໊ງ ຮັບຮູ້, ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະບັນດາໝາກຜົນສຳຄັນ ເຊິ່ງອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະປະຊາຊົນນະຄອນດ່ານັ້ງ ບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງທົ່ວປະເທດ, ໂດຍສະເພາະແມ່ນໃນການປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ ແລະຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກກັບການນຳຫຼັກແຫຼ່ງນະຄອນດ່ານັ້ງ. ພາບ: ສຳນັກຂ່າວສານຫວຽດນາມ.

ເພື່ອໃຫ້ດ່ານັ້ງ ພັດທະນາໄວ ແລະຍືນຍົງ, ທ່ານນາຍົກລັດຖະມົນຕີ ເຈາະຈິ້ມບາງໜ້າທີ່, ມາດຕະການຈຸດສຸມໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ດ່ານັ້ງ ຕ້ອງຊຸກຍູ້ການປ່ຽນແປງໃໝ່ຮູບແບບເຕີບໂຕຕາມທິດອີງໃສ່ການປ່ຽນແປງໃໝ່ປະດິດຄິດສ້າງ, ເພີ່ມສະມັດຕະພາບ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີກ້າວໜ້າ, ພິເສດແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃຫຍ່, ຄື: Logistics, ເສດຖະກິດທະເລ, ການບໍລິການການເງິນ, ອຸດສາຫະກຳເຕັກໂນໂລຢີສູງ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຢີຂໍ້ມູນຂ່າວສານ... ເອົາໃຈໃສ່ຮ່ວມມື, ເຊື່ອມຕໍ່ພັດທະນາເຂດໃຫ້ມີເນື້ອແທ້ ແລະມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ດ່ານັ້ງ ຕ້ອງສືບຕໍ່ຍູ້ແຮງການປະຕິຮູບດ້ານບໍລິຫານ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ; ຍູ້ແຮງການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກົດການຫຍໍ້ທໍ້; ເພີ່ມທະວີການຕິດຕາມກວດກາ, ແກ້ໄຂການຮ້ອງທຸກ, ກ່າວຟ້ອງ; ຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ສຸມໃສ່ຕໍ່ສູ້, ປາບປາມອາຊະຍາກຳປະເພດຕ່າງໆ ແລະໄພສັງຄົມ; ຍູ້ແຮງການຮ່ວມມື, ເຊື່ອມໂຍງເຂົ້າກັບສາກົນ; ໝູນໃຊ້ບັນດາກາລະໂອກາດໂດຍ FTA ນໍາມາໃຫ້ມີປະສິດທິຜົນ; ເຂົ້າຮ່ວມການເຊື່ອມຕໍ່ເຂົ້າບັນດາຕ່ອງໂສ້ມູນຄ່າພາກພື້ນ ແລະສາກົນ ຢ່າງເລິກເຊິ່ງ.

ໂດຍ: ແສງເດືອນ