ສໍາລັບຝ່າຍຫວຽດນາມ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ ສົມເດັດ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ; ທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ພະມະຫາກະສັດແຫ່ງລາຊະອານາຈັກກໍາປູເຈຍ Norodom Sihamoni; ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ; ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ Samdech Say Chhum ປະທານສະພາສູງກໍາປູເຈຍ ແລະທ່ານ Samdech Heng Samrin ປະທານສະພາແຫ່ງຊາດກໍາປູເຈຍ.

leftcenterrightdel
ພາບ: baochinhphu.vn

ໃນສານອວຍພອນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາການນໍາຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນບັນດາຜົນງານເຊິ່ງສອງປະເທດບັນລຸໄດ້, ເຖິງແມ່ນວ່າ ຜ່ານສິ່ງທົດສອບນາໆປະການ ແລະຜ່ານການຜັນແປຂອງປະຫວັດສາດໄລຍະຕ່າງໆ, ປະຊາຊົນຫວຽດນາມ ແລະກໍາປູເຈຍ ຍາມໃດກໍສາມັກຄີ, ຄຽງບ່າຄຽງໄຫຼ່, ສະຫງວນໃຫ້ກັນ, ສະໜັບສະໜູນ, ຊ່ວຍເຫຼືອກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະພັດທະນາຂອງແຕ່ລະປະເທດໃນປັດຈຸບັນ, ເປັນຊັບສົມບັດອັນລໍ້າຄ່າເຊິ່ງການນໍາ ແລະປະຊາຊົນສອງປະເທດຕ້ອງສືບຕໍ່ຮັກສາ ແລະເພີ່ມພູນຄູນສ້າງ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງຫວຽດນາມ ແລະກໍາປູເຈຍ ຈະສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງປະຊາຄົມອາຊຽນ ກໍຄື ຢູ່ພາກພື້ນ ແລະໃນໂລກ.

ສ່ວນຝ່າຍກໍາປູເຈຍ, ພະມະຫາກະສັດ Norodom Sihamoni ກໍໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ; ທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ໄດ້ສົ່ງສານອວຍພອນເຖິງທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ; ທ່ານ Samdech Say Chhum ປະທານສະພາສູງກໍາປູເຈຍ ແລະທ່ານ Samdech Heng Samrin ປະທານສະພາແຫ່ງຊາດກໍາປູເຈຍ ໄດ້ສົ່ງສານອວຍພອນເຖິງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ບັນດາການນໍາກໍາປູເຈຍ ໄດ້ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງກໍາປູເຈຍ ແລະຫວຽດນາມ ມີປະຫວັດສາດມາແຕ່ເຫິງນານແລ້ວ ກ່ອນທີ່ສອງປະເທດຈະສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ນັບມື້ຮັດແໜ້ນຢ່າງບໍ່ຢຸດຢັ້ງບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີງາມ, ສາມັກຄີ, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນແລະກັນ ແລະຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ; ໂດຍເນັ້ນໜັກວ່າ ປະຊາຊົນສອງປະເທດໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກລໍາບາກໃນພາລະກິດປົດປ່ອຍ, ຍາດເອົາເອກະລາດແຫ່ງຊາດ, ເອກະພາບ ແລະພັດທະນາປະເທດຊາດ; ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງກໍາປູເຈຍ-ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຮງກວ່າອີກ, ນັບມື້ເລິກເຊິ່ງ ແລະຮອບດ້ານໃນບັນດາຂົງເຂດ, ທັງໃນສອງຝ່າຍ ແລະຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນອາຊຽນ. ບັນດາການນໍາກໍາປູເຈຍ ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ທີ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນພາລະກິດສ້າງສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ, ຍົກສູງຖານະບົດບາດ ແລະທີ່ຕັ້ງສາກົນຢ່າງບໍ່ຢຸດຢັ້ງ; ອວຍພອນຫວຽດນາມ ສືບຕໍ່ຍາດໄດ້ໄຊຊະນະໃຫ້ຫຼາຍກວ່າອີກ ແລະປະຕິບັດສໍາເລັດເປົ້າໝາຍກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກໍາປູເຈຍ ກໍ່ໄດ້ແລກປ່ຽນສານອວຍພອນເຊິ່ງກັນແລະກັນ. ການນໍາບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ ກໍໄດ້ສົ່ງສານ ແລະໂທລະເລກອວຍພອນເຊັ່ນດຽວກັນ.

ໂດຍ: ໄຊຊະນະ