leftcenterrightdel
ທ່ານ Sok Dareth ມອບຂອງຂວັນໃຫ້ທ່ານ ໂຮ່ແທງເຊີນ ຮອງເລຂາຜູ້ປະຈຳການຄະນະພັກແຂວງດົ່ງນາຍ. ພາບ: baodongnai.com.vn

ປະຈຸບັນ ດົ່ງນາຍ ມີ 3 ວິສາຫະກິດທີ່ພວມລົງທຶນ 5 ໂຄງການຢູ່ກໍາປູເຈຍ. ແຕ່ປີ 2011 ມາຮອດປະຈຸບັນ, ດົ່ງນາຍ ໄດ້ສະໜອງທຶນການສຶກສາ 36 ທຶນໃຫ້ນັກສຶກສາກໍາປູເຈຍ. ແຕ່ລະປີ, ດົ່ງນາຍ ລ້ວນແຕ່ຈັດຕັ້ງບຸນເຕັດ Chol Chnam Thmay ໃຫ້ນັກສຶກສາກໍາປູເຈຍ... ທ່ານ Sok Dareth ຕີລາຄາສູງຕໍ່ປະສິດທິຜົນການລົງທຶນຂອງບັນດາວິສາຫະກິດດົ່ງນາຍ ຢູ່ກໍາປູເຈຍ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງດົ່ງນາຍ ກັບບັນດາແຂວງແຮກສ່ຽວຂອງກໍາປູເຈຍ ໃນຫຼາຍຂົງເຂດ, ຄື: ກະສິກໍາ, ອຸດສາຫະກໍາ, ວັດທະນະທໍາ, ການສຶກສາ; ເພີ່ມທະວີການເຊື່ອມຕໍ່, ພົບປະແລກປ່ຽນລະຫວ່າງຊາວໜຸ່ມ, ນັກຮຽນ, ນັກສຶກສາສອງປະເທດ. ທ່ານ Sok Dareth ສະເໜີໃຫ້ ດົ່ງນາຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນກັບກໍາປູເຈຍ ເພື່ອແນໃສ່ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບໃນໄລຍະຈະມາເຖິງກວ່າອີກ.

ໂດຍ: ຈາງຫງວຽນ