ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ການເຄື່ອນໄຫວຂອງສະພາແຫ່ງຊາດເອງ ຕ້ອງມີເນື້ອໃນທາງວິທະຍາສາດສູງຢູ່ແລ້ວ, ພ້ອມກັນນັ້ນ ສະພາແຫ່ງຊາດ ກໍຕ້ອງມີຄວາມຮັບຜິດຊອບກໍ່ສ້າງ, ປັບປຸງລະບົບກົດໝາຍ, ຕິດຕາມກວດກາການຈັດຕັ້ງປະຕິບັດເພື່ອໃຫ້ວິທະຍາສາດ ແລະເຕັກໂນໂລຢີ ເສີມຂະຫຍາຍບົດບາດເປັນລັດຖະນະໂຍບາຍແຖວໜ້າຂອງປະເທດຢ່່າງແທ້ຈິງ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: ຈ໊ຽນຖັ໊ງ.

ໃນໄລຍະຈະມາເຖິງ, ປະທານສະພາແຫ່ງຊາດ ຫວັງວ່າ ບັນດາສະມາຊິກສະພາແຫ່ງຊາດ ທີ່ເປັນນັກວິທະຍາສາດ ຈະສືບຕໍ່ມີການປະກອບສ່ວນຢ່າງແຮງເຂົ້າໃນພາລະກິດພັດທະນາວິທະຍາສາດ ແລະເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງຂອງບ້ານເມືອງ. ພ້ອມກັນນັ້ນ, ບັນດານັກວິທະຍາສາດ, ພິເສດແມ່ນນັກວິທະຍາສາດທີ່ເປັນສະມາຊິກສະພາແຫ່ງຊາດ ຕ້ອງເອົາໃຈໃສ່, ປະກອບຄວາມຄິດເຫັນ, ຂໍ້ລິເລີ່ມຂອງຕົນຕໍ່ສະພາແຫ່ງຊາດ, ລັດຖະບານ ໃຫ້ຫຼາຍກວ່າອີກເພື່ອກໍ່ສ້າງ ແລະປັບປຸງລະບອບລະບຽບການໃຫ້ສົມບູນແບບ. ໃນແຜນຮ່າງວ່າດ້ວຍການກໍານົດທິດໂຄງການກໍ່ສ້າງກົດໝາຍຂອງອາຍຸການສະພາແຫ່ງຊາດ ຊຸດທີ XV ເຊິ່ງໄດ້ຮັບການຮັບຮອງເອົາໃນຕົ້ນອາຍຸການ, ມີຫຼາຍໜ້າທີ່ນິຕິບັນຍັດສໍາຄັນທີ່ກ່ຽວຂ້ອງເຖິງວິທະຍາສາດ ແລະເຕັກໂນໂລຢີ, ຄື: ກົດໝາຍວ່າດ້ວຍວິທະຍາສາດ ແລະເຕັກໂນໂລຢີ; ກົດໝາຍວ່າດ້ວຍມາດຕະຖານ ແລະກໍານົດມາດຕະຖານເຕັກນິກ; ກົດໝາຍວ່າດ້ວຍພະລັງງານປະລະມານູ; ກົດໝາຍວ່າດ້ວຍທຸລະກໍາເອເລັກໂຕນິກ; ກົດໝາຍວ່າດ້ວຍເຕັກໂນໂລຢີຂໍ້ມູນຂ່າວສານ...

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມການພົບປະ. ພາບ: ຈ໊ຽນຖັ໊ງ.

ປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ປາດຖະໜາວ່າ ດ້ວຍບົດບາດເປັນທັງຜູ້ເຂົ້າຮ່ວມການເຄື່ອນໄຫວວິທະຍາສາດໂດຍກົງ, ທັງເຂົ້າຮ່ວມກໍ່ສ້າງລະບອບລະບຽບການ, ບັນດາຜູ້ແທນຈະປະກອບຄໍາເຫັນເພື່ອປັບປຸງລະບອບນະໂຍບາຍໃຫ້ສົມບູນແບບ ແນໃສ່ພັດທະນາຖັນແຖວນັກວິທະຍາສາດຫວຽດນາມ ຢ່າງແຮງ; ສົ່ງເສີມ, ສ້າງສະພາບແວດລ້ອມສະດວກທີ່ສຸດໃຫ້ນັກວິທະຍາສາດຫວຽດນາມ ເສີມຂະຫຍາຍການປະດິດສ້າງ, ຄວາມປີຊາສາມາດ, ພູມປັນຍາຂອງຕົນ ເພື່ອປະກອບສ່ວນໃຫ້ແກ່ພາລະກິດພັດທະນາວິທະຍາສາດ ແລະເຕັກໂນໂລຢີບ້ານເມືອງ.

ປະທານສະພາແຫ່ງຊາດ ຫວັງວ່າບັນດາສະມາຊິກສະພາແຫ່ງຊາດ ເຊິ່ງເປັນນັກວິທະຍາສາດຈະສືບຕໍ່ເສີມຂະຫຍາຍບົດບາດ, ຕັ້ງໜ້າເຂົ້າຮ່ວມເພື່ອປະກອບສ່ວນຍົກສູງເນື້ອໃນທາງວິທະຍາສາດໃນລັດຖະນະໂຍບາຍຂອງສະພາແຫ່ງຊາດ ໃຫ້ຫຼາຍກວ່າອີກ.

ໂດຍ: ໄຊຊະນະ