leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງ Katerina Sakellaropoulou ປະທານາທິບໍດີເກຼັກ. ພາບ: qdnd.vn.

ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ໄດ້ແລກປ່ຽນກັບທ່ານນາງ Katerina Sakellaropoulou ກ່ຽວກັບບັນດາໝາກຜົນແຫ່ງການປ່ຽນແປງໃໝ່, ເປົ້າໝາຍພັດທະນາຂອງຫວຽດນາມ ຮອດກາງສະຕະວັດທີ XXI, ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ການຮັບປະກັນຊີວິດສັງຄົມ, ການຟື້ນຟູ ແລະພັດທະນາເສດຖະກິດ ແລະແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ສ່ວນທ່ານນາງ Katerina Sakellaropoulou ເຫັນດີເປັນເອກະພາບຕໍ່ການກໍານົດທິດ ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກໃຫ້ສາຍພົວພັນສອງປະເທດ, ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການຮ່ວມມື, ທ່ານນາງ Katerina Sakellaropoulou ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດ, ໃນນັ້ນມີການຄ້າ, ການຕໍ່ກໍາປັ່ນ, ການຂົນສົ່ງທາງທະເລ ແລະການທ່ອງທ່ຽວ.

ໂດຍ: ທູຈາງ